*//// *//// ບັນຍາກາດການຫົດສົງນ້ຳພຣະພຸດທະຮູບ ໃນ ນະຄອນຫຼວງວຽງຈັນ ໄລຍະປີໃໝ່ລາວ – Vte9 *//// *////

ບັນຍາກາດການຫົດສົງນ້ຳພຣະພຸດທະຮູບ ໃນ ນະຄອນຫຼວງວຽງຈັນ ໄລຍະປີໃໝ່ລາວ

ແບ່ງປັນຂ່າວນີ້

ຂ່າວຕໍ່ໄປຈະພາທ່ານຜູ້ຊົມ ໄປເບິ່ງພາບບັນຍາກາດ ຂອງການຫົດສົງພຣະພຸດທະຮູບ ຢູ່ບັນດາວັດຕ່າງໆ ພາຍໃນ ນ.ວ ໄລຍະບຸນປີໃໝ່ທີ່ຜ່ານມາ ເຊິ່ງເຫັນວ່າ ມີມວນຊົນເດີນທາງໄປສົງນ້ຳພະເປັນຈຳນວນຫຼາຍ

ການສະເຫລີມສະຫລອງປີໃຫມ່ລາວ ພສ 2565 ທີ່ຜ່ານມານີ້ ຢູ່ບັນດາວັດວາອາຣາມຕ່າງໆ ພາຍໃນ ນ.ວ ແມ່ນໄດ້ອັນເຊີນພຣະພຸດທະຮູບລົງຫົດສົງ ພ້ອມທັງເປີດໃຫ້ມວນຊົນ ຫຼື ຊາວພຸດສາສະນິກະຊົນທັງຫລາຍ ໄດ້ເຂົ້າໄປຮ່ວມເຮັດກິດຈະກຳຕ່າງໆ ຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ໃນໄລຍະບຸນກຸດສົງການ ປີໃຫມ່ລາວ ນັບແຕ່ວັນທີ 14 ຫາ ວັນທີ 16 ເມສາ 2022 ແລະ ໃນປີນີ້ ຈະສັງເກດເຫັນໄດ້ວ່າ ມີພໍ່ແມ່ປະຊາຊົນ ເດີນທາງເຂົ້າວັດທຳບຸນກັນເປັນຈຳນວນຫລາຍ ແລະ ເຫັນໄດ້ຈາກບັນຍາກາດຢູ່ພາຍໃນວັດທີ່ເກົ່າແກ່ ແລະ ມີຊື່ສຽງ ຄື: ວັດອົງຕື້, ວັດສີເມືອງ, ວັດສີສະເກດ ແລະ ວັດອ້ອມຂ້າງ ແມ່ນມີພໍ່ແມ່ປະຊາຊົນ ເດີນທາງໄປເປັນຈຳນວນຫລາຍ ແລະ ມີບັນຍາກາດມ່ວນຊື່ນ ຈາກການເຮັດບຸນ ຕະຫລອດໄລຍະ 3 ວັນຂອງການສະເຫລີມສະຫລອງປີໃຫມ່ ໂດຍສອດຄອງກັບແຈ້ງການ ທີ່ທາງລັດຖະບານ ກໍຄື ຄະນະສະເພາະກິດ ຂັ້ນ ນ.ວ ທີ່ເນັ້ນການສະເຫລີມສະຫລອງບຸນປີໃຫມ່ປີນີ້ ແມ່ນໃຫ້ຈັດຕາມຮີດຄອງປະເພນີ ເຂົ້າວັດທຳບຸນ ແລະ ຫົດສົງພຣະພຸດທະຮູບ ຕາມທີ່ເຄີຍປະຕິບັດກັນມາ

ໃນການເຂົ້າວັດທຳບຸນ ແລະ ຫົດສົງນ້ຳພະພຸດທະຮູບ ໃນປັດຈຸບັນ ເຫັນວ່າ ເລີ່ມມີໄວຫນຸ່ມ ເຍົາວະຊົນ ຫັ້ນມາເຂົ້າວັດທຳບຸນຫລາຍຂຶ້ນ ແລະ ເນື່ອງຈາກປີນີ້ ກໍຍັງມີການລະບາດ ຂອງພະຍາດໂຄວິດ-19, ສະນັ້ນ ສີ່ງ 1 ທີ່ເຫັນໄດ້ໃນການມາເຮັດບຸນ ຫຼື ຫົດສົງນ້ຳພຣະ ຂອງພໍ່ແມ່ປະຊາຊົນຢູ່ໃນວັດ ແມ່ນຍັງຮັກສາໄດ້ຕາມມາດຕະການ ຄຳແນະນຳ ຂອງຄະນະສະເພາະກິດ ຄືໃສ່ຜ້າອັດປາກ-ດັງ ຕະ ຫລອດໄລຍະເວລາ ໃນການເຂົ້າວັດຫົດສົງນ້ຳພະ

ຂ່າວ: ສົມສະນິດ.

ພາບ: ເດດ.

ຕັດຕໍ່:ເລ້.