*//// *//// ຫຼວງພະບາງ ຈັດພິທີແຫ່ພຣະຍານາຄ ລົງແຕ່ພູສີ ມາວຽນທຽນອ້ອມໜອງພຽງເກຕຸ – Vte9 *//// *////

ຫຼວງພະບາງ ຈັດພິທີແຫ່ພຣະຍານາຄ ລົງແຕ່ພູສີ ມາວຽນທຽນອ້ອມໜອງພຽງເກຕຸ

ແບ່ງປັນຂ່າວນີ້

ມື້ສັງຂານຂຶ້ນ ບຸນປີໃໝ່ລາວທຸກໆປີ ອີກຮີດຄອງໜຶ່ງທີ່ປະຕິບັດສຶບທອດກັນມາແຕ່ບູຮານນະການ ນັ້ນກໍແມ່ນ ບຸນແຫ່ພຣະຍານາຄ ລົງມາແຕ່ພູສີ ມາວຽນທຽນອ້ອມໜອງ (ເທິງເກຕຸ) ຫຼື ໜອງພຽງເກຕຸ ທີ່ຫໍພິພິທະພັນແຫ່ງຊາດຫຼວງພຣະບາງ.

ປະເພນີນີ້ ມີການຈັດຂຶ້ນແບບກະທັດຮັດແບບຄອບໄຂ່ວ ເພື່ອບໍ່ໃຫ້ເສຍຮີດ-ເສຍຄອງ ໂດຍພິທີໄດ້ເລິ່ມຂຶ້ນໃນຕອນແລງຂອງວັນທີ 16 ເມສາ 2022 ເຊິ່ງເປັນມື້ສັງຂານຂຶ້ນປີໃໝ່ລາວ ຈສ 1384, ໃນມື້ສັງຂານຂຶ້ນ ຂອງທຸກປີ ຕອນເຊົ້າຊາວເມືອງທັງຫຼາາຍຈະມີການໃສ່ບາດ ຢາຍເຂົ້າພຣະ ທົ່ວວັດວາອາຮາມ ແລະ ພູສີ ເພື່ອເປັນການສະຫຼອງມື້ຂຶ້ນປີໃໝ່. ຈາກນັ້ນ ໃນຕອນແລງຂອງມື້ດຽວກັນ ກໍມີການແຫ່ນາກລົງຈາກພຣະທາດພູສີ ເຊິ່ງມີມູນເຫດມາຈາກ ທ້າວ ໃຈຈະນົງ ຮັກສາພຣະບາດ, ສີຼສັດຕະນາຄ ເຈົ້າເຝົ້າຢູ່ຈອມສີຼ ກົງທະນາບໍດີເປັນເຄົ້າ (ນາຄ 15 ຕະກຸນ), ດັ່ງນັ້ນ ໃນມື້ສັງຂານຂື້ນ ຈຶ່ງຈະຕ້ອງໄດ້ແຫ່ນາຄ ຈາກພຣະທາດຈອມສີຼ ລົງສູ່ໜອງເທິງເກດ ຫຼຶ ພຽງເກຕຸ ອ້ອມໜອງສາມຮອບ ແລ້ວປິ່ນໜ້າໄປທາງທິດເໜືອ ເພື່ອສະແດງເຖີງວ່າ ພະຍານາກທັງ 15 ຕະກຸນ ໄດ້ລົງມາແຕ່ໜອງແສ ເພື່ອປົກປັກຮັກສາ ນະຄອນຫຼວງພຣະບາງ.

ພາຍຫຼັງ ແຫ່ນາກແລ້ວກໍຈະມີການຟ້ອນລຳໂຄມ, ຟ້ອນອວຍພອນ, ຫຼິ້ນເລື່ອງຣາມມະກຽນ, ຟ້ອນຍັກ, ຟ້ອນລີງ ແລະ ນາງແກ້ວ ເພື່ອສະເຫຼີມສະຫຼອງໃຫ້ແກ່ “ພຣະບາງ” ກ່ອນຈະອັນເຊີນພຣະບາງລົງສົງທີ່ວັດໃໝ່ ສຸວັນນະພູມາຣາມ.

ທີ່ມາ: ຫຼວງພະບາງ