*//// *//// ລົດໄຟ EMU ຂະບວນ 3 ພ້ອມຊັ້ນທຸລະກິດມາຮອດລາວແລ້ວ – Vte9 *//// *////

ລົດໄຟ EMU ຂະບວນ 3 ພ້ອມຊັ້ນທຸລະກິດມາຮອດລາວແລ້ວ

ແບ່ງປັນຂ່າວນີ້

ຕອນຄໍ່າວັນທີ 9 ເມສາ 2022, ລົດໄຟຂະບວນລ້ານຊ້າງ (EMU) ຄັນໃໝ່ຫຼ້າສຸດ ຫຼືຂະບວນທີ 3 ໄດ້ມາຮອດສະຖານີວຽງຈັນ ພ້ອມກັບຕູ້ບັນຈຸຜູ້ໂດຍສານຊັ້ນທຸລະກິດ ຫຼື Business class ສຸດຫຼູ ແລະ ຊັ້ນ 1 ຫຼື First class.

ຕາມການລາຍງານໃຫ້ຮູ້ວ່າ: ລົດໄຟ EMU ຂະບວນທີ 3 ແມ່ນລົດໄຟທີ່ໄດ້ຮັບການປັບປຸງພາຍໃນຕູ້ໃຫ້ເປັນຮູບແບບຊັ້ນ ທຸລະກິດ ຫຼືBusiness class ສຸດຫຼູຫຼາຈໍານວນ 1 ຕູ້ແລະ ຊັ້ນ 1 ຫຼື First class ຈໍານວນ 7 ຕູ້ ເຊິ່ງເປັນລົດໄຟທີ່ໃໝ່ຫຼ້າສຸດຂອງລົດໄຟ ລາວ-ຈີນ. ພາຍຫຼັງການປັບປຸງ ແລະຕິດຕັ້ງຢູ່ຈີນແລ້ວ, ລົດໄຟຂະບວນນີ້ໄດ້ເດີນທາງຈາກນະຄອນຄຸນໝິງເມື່ອວັນທີ 6 ເມສາ ເພື່ອມານະຄອນຫຼວງວຽງຈັນ.
ລົດໄຟຂະບວນດັ່ງກ່າວໄດ້ປັບປຸງໃຫ້ຊັ້ນທຸລະກິດຢູ່ຕູ້ທີ 8, ສ່ວນຕູ້ທີ 1-7 ແມ່ນບ່ອນນັ່ງຊັ້ນ 1. ຕັ່ງນັ່ງຕູ້ຊັ້ນທຸລະກິດລົດໄຟລາວ-ຈີນແມ່ນນຳໃຊ້ຕັ່ງນັ່ງແບບດຽວກັນກັບຕູ້ຊັ້ນທຸລະກິດຂອງລົດໄຟຂະບວນ ຟູ້ຊິງ CR400AF ຢູ່ສປ ຈີນ ເຊິ່ງປັບບ່ອນນັ່ງຂອງຊັ້ນ 1 ຈາກ 56 ບ່ອນນັ່ງມາເປັນ 18 ບ່ອນນັ່ງ, ໃນນັ້ນບ່ອນນັ່ງຄູ່ 6 ຊຸດ ແລະບ່ອນນັ່ງດ່ຽວ 6 ຊຸດ ເຊິ່ງຕັ່ງນັ່ງສາມາດປັບລະດັບຕາມຄວາມຕ້ອງການພ້ອມທັງໝຸນໄດ້ 180 ອົງສາຕາມທາງໄປ-ກັບ ຂອງລົດ.

ສໍາລັບ ການຊື້ປີ້, ທ່ານສາມາດຊື້ໄດ້ທີ່ສະຖານີ ລົດໄຟລາວ-ຈີນທີ່ເປີດບໍລິການ ຫຼື ຈຸດຂາຍປີໄດ້, ເຊິ່ງຂະບວນລົດໄຟໃໝ່ນີ້ຈະເລີ່ມບໍລິການໃນວັນທີ 12 ເມສານີ້ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມນັບມື້ນັບຫຼາຍຂຶ້ນ. ສໍາລັບລາຄາຕູ້ Business class ຂໍ້ມູນເບື້ອງຕົ້ນແຈ້ງວ່າ,ຈາກສະຖານີວຽງຈັນ-ບໍ່ເຕັນແມ່ນ 990.000 ກີບ/ຄົນ, ວຽງຈັນ-ຫຼວງພະບາງ 585.000 ກີບ/ຄົນ, ວຽງຈັນ-ວັງວຽງ ແມ່ນ 302.000 ກີບ/ຄົນ ແລະວຽງຈັນ-ສະຖານີອື່ນລາຄາແມ່ນຈະແຕກຕ່າງກັນ.
ໃນຂະນະດຽວກັນນັ້ນ, ລົດໄຟຂະບວນທໍາມະດາທີ່ລາຄາສຸດຄຸ້ມ ກໍ່ໄດ້ມາຮອດສະຖານີວຽງຈັນໃນຫວ່າງບໍດົນນີ້ ແລະ ຈະເລີ່ມໃຫ້ບໍລິການໃນວັນທີ 13 ເມສາເຊັ່ນກັນ ເພື່ອຕ້ອນຮັບປີໃໝ່ລາວນໍາອີກ. ສໍາລັບລາຄາລົດໄຟຂະບວນທໍາມະດານີ້ແມ່ນຢູ່ໃນລາຄາທີ່ແຈ້ງໄປໃນໄລຍະຜ່ານມາ.

ຂ່າວ: ຕະວັນ