*//// *//// ອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ປັບປຸງທາງຍ່າງ ກຽມເປີດຮັບນັກທ່ອງທ່ຽວ – Vte9 *//// *////

ອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ປັບປຸງທາງຍ່າງ ກຽມເປີດຮັບນັກທ່ອງທ່ຽວ

ແບ່ງປັນຂ່າວນີ້

ອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ກຳລັງປັບປຸງພື້ນຖານໂຄງລ່າງຄືນໃໝ່ ເປັນຕົ້ນແມ່ນ ທາງຍ່າງ 14 ກິໂລແມັດ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະມາທ່ຽວຊົມໃນມໍ່ໆນີ້

ຕາມຂໍ້ມູນໃຫ້ຮູ້ວ່າ: ໄລຍະຜ່ານມາ ປະຊາຊົນພາຍໃນບ້ານນາແວນ ເມືອງວຽງຄຳ ແມ່ນໄດ້ໃຫ້ບໍລິການແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ແຕ່ຍ້ອນມີການລະບາດຂອງພະຍາດໂຄວິດ-19 ທາງກອງອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ຈຶ່ງໄດ້ປິດການບໍລິການນໍາທ່ຽວມາໄດ້ໄລຍະໜຶ່ງ ແລະ ປັດຈຸບັນ ເພື່ອກະກຽມຮອງຮັບນັກທ່ອງທ່ຽວທີ່ຈະມາທ່ຽວຊົມ ຈຶ່ງໄດ້ມີການປັບປຸງພຶ້ນຖານໂຄງລ່າງຄືນໃໝ່ ເປັນຕົ້ນແມ່ນ ທາງຍ່າງ 14 ກິໂລແມັດ, ຈຸດພັກເຊົາຊົ່ວຄາວ 6 ບ່ອນ, ບ່ອນນອນຂອງນັກທ່ອງທ່ຽວ 2 ຈຸດ, ເຊິ່ງຈຸດທີ 1 ຄືຫ້ວຍກະເນ່ງ, ມີບ່ອນນອນຂອງນັກທ່ອງທ່ຽວ 3 ຫຼັງ, ບ່ອນນອນຂອງກຸ່ມບໍລິການ 1 ຫຼັງ ແລະ ຫ້ອງນ້ຳ 1 ຫຼັງ, ຈຸດທີ 2 ຄື: ຍອດຫ້ວຍໂກນ ມີບ່ອນນອນຂອງນັກທ່ອງທ່ຽວ 1 ຫຼັງ, ບ່ອນນອນຂອງກຸ່ມບໍລິການ 1 ຫຼັງ ແລະ ຫ້ອງນໍ້າ 1 ຫຼັງ. ລວມໄລຍະທາງໃນການທ່ອງ ທ່ຽວແຕ່ບ້ານນາແວນ ຫາ ບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ ມີໄລຍະທາງທັງໝົດ 24 ກິໂລແມັດ. ນອກນັ້ນ ຍັງໄດ້ມີການຝຶກອົບຮົມໃຫ້ກຸ່ມບໍລິການນັກທ່ອງທ່ຽວ ແກ່ປະຊາຊົນພາຍໃນບ້ານນາແວນເປັນຕົ້ນແມ່ນ ກຸ່ມບໍລິການນຳທ່ຽວ, ກຸ່ມບໍລິການຊັກເຄື່ອງ, ກຸ່ມແຕ່ງກິນ, ກຸ່ມເປ້ເຄື່ອງ ແລະ ກຸ່ມຫັດ ຖະກຳຕື່ມອີກ ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າທ່ຽວຊົມອຸທິຍານແຫ່ງຊາດນໍ້າແອັດ-ພູເລີຍ ແຕ່ບ້ານນາແວນ ເມືອງວຽງຄຳ ແຂວງຫຼວງພະບາງ ຫາ ບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ ໃນໝໍ່ໆນີ້.

ຂໍ້ມູນ: ຖວທ ເມືອງວຽງຄຳ