*//// *//// ມວນຊົນທະຍອຍ ມາໃຊ້ບໍລິການຄິວລົດເມສາຍໃຕ້ ເພື່ອກັບພູມລຳເນົາ – Vte9 *//// *////

ມວນຊົນທະຍອຍ ມາໃຊ້ບໍລິການຄິວລົດເມສາຍໃຕ້ ເພື່ອກັບພູມລຳເນົາ

ແບ່ງປັນຂ່າວນີ້

ປັດຈຸບັນ ສະຖານີຂົນສົ່ງໂດຍສານສາຍໃຕ້ ກໍໄດ້ມີຄວາມພ້ອມທຸກດ້ານ ໂດຍສະເພາະໃນໄລຍະບຸນກຸດສົງການປີໃໝ່ລາວ ທີ່ມີປະຊາຊົນມາຊົມໃຊ້ບໍລິການເປັນຈຳນວນຫຼາຍ ເພື່ອກັບຄືນເມືອຢາມຖິ່ນຖານພູມລຳເນົາບ້ານເກີດ ຊຶ່ງປັດຈຸບັນຈາກການສັງເກດເຫັນວ່າເລີມມີປະຊາຊົນທະຍອຍມາໃຊ້ບໍລິການເພີ່ມຂຶ້ນເລື້ອຍໆ

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານທາງໄກສາຍໃຕ້-ສາຍຕ່າງ ປະເທດ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ ຕໍ່ກັບບັນຫາການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃນຂະນະນີ້ ທາງສະຖານີລົດເມສາຍໃຕ້ ແມ່ນໄດ້ເອົາໃຈໃສ່ທຸກຂັ້ນຕອນຈາກການແນະນຳຂອງກະຊວງສາທາລະນະສຸກ ໂດຍສະເພາະແມ່ນບໍລິການອຳນວຍຄວາມສະດວກທາງດ້ານຄວາມປອດໄພໃຫ້ກັບປະຊາຊົນ ມີບ່ອນລາງມືດ້ວຍເຈວ ນອກນັ້ນ ກໍໄດ້ຝົ່ນຢາຂ້າເຊື້ອຕາມສະຖານທີ່ ຊຶ່ງປັດຈຸບັນນີ້ ສະຖານີໂດຍສານສາຍໃຕ້ແມ່ນເປີດໃຫ້ບໍລິການຕາມປົົກກະຕິ ໂດຍເພີ່ມຈຳນວນລົດໂດຍສານ 30 ຄັນ ຈາກ 55 ຄັນ ມາເປັນ 85 ຄັນ ທັງນີ້ ກໍເພື່ອຮັບຮອງຜູ້ໂດຍສານ ທີ່ຈະເດີນທາງໄປສະຖານທີ່ຕ່າງໆໃນພາກກາງ ແລະ ພາກໃຕ້ ທັງນີ້ ກໍເພື່ອຮັບປະກັນບໍ່ໃຫ້ຜູ້ໂດຍສານອັ່ງອໍໍ ແລະ ຕົກຄ້າງໃນໄລຍະບຸນກຸດສົງການປີໃໝ່ລາວ ພ.ສ 2565 ຢ່າງໃດກໍດີ ເຖິງແມ່ນວ່າບຸນກຸດສົງການປີໃໝ່ລາວຈະຕົງກັບວັນທີ 13-16 ເມສາ 2022 ແຕ່ຂະນະນີ້ ຈາກການສັງເກດເຫັນວ່າເລີ່ມມີມວນຊົນທະຍອຍມາໃຊ້ບໍລິການເພີ່ມຂຶ້ນເລື້ອຍໆ

ສຳລັບ ສາຍຕ່າງປະເທດໃນປັດຈຸບັນນີ້ ແມ່ນປິດການໃຫ້ບໍລິການຊົ່ວຄາວ ໂດຍອີງຕາມແຈ້ງການຂອງພັກ-ລັດ ທັງນີ້ ກໍເພື່ອຮັກສາໄດ້ຄວາມປອດໄພຂອງສັງຄົົມ ສ່ວນສາຍພາຍໃນແມ່ນເປີດໃຫ້ການບໍລິການປົົກກະຕິ ແລະ ມີຄວາມກຽມພ້ອມໃຫ້ບໍລິການແກ່ພໍ່ແມ່ປະາຊົນ, ພະນັກງານ,ທະຫານ ແລະຕຳຫຼວດ ທີ່ຈະເດີນທາງກັບບ້ານໃນໄລຍະການແຜ່ລະບາດເຊື້ອພະຍາດໂຄວິດ-19 ແລະ ການກັບເມືອຫາຄອບຄົວສະເຫຼີມ ສະຫຼອງບຸນປີໃໝ່ລາວທີ່ຈະມາເຖິງໃນມໍໍ່ໆນີ້. ໂອກາດນີ້ ທ່ານ ຍັງໄດ້ຮຽກຮ້ອງມາຍັງຜູ້ໂດຍສານທາງໄກສາຍໃຕ້ ແມ່ນຂໍໃຫ້ມາຂຶ້ນລົດຢູ່ສະຖານີເລີຍ ເພື່ອຮັບປະກັນບໍ່ໃຫ້ມີຫາງສຽງຕ່າງໆ ເປັນຕົ້ນໄດ້ນັ່ງຕັ່ງເສີມ, ເກັບຄ່າໂດຍສານແພງ, ເຄື່ອງຂອງເສຍຫາຍບໍ່ໍມີຄົົນຮັບຜິດຊອບ ແລະອື່ນໆ.

ຂ່າວ: ກິແກ້ວ

ພາບ: ແສງອາລຸນ