*//// *//// ຈໍາປາສັກ ເປີດງານບຸນມະໂຫລານ ກາເຟ-ຊາ ແລະ ປະກາດອຸທິຍານແຫ່ງຊາດ 2 ແຫ່ງ – Vte9 *//// *////

ຈໍາປາສັກ ເປີດງານບຸນມະໂຫລານ ກາເຟ-ຊາ ແລະ ປະກາດອຸທິຍານແຫ່ງຊາດ 2 ແຫ່ງ

ແບ່ງປັນຂ່າວນີ້

ແຂວງຈໍາປາສັກ ເປີດ ງານບຸນມະໂຫລານ ກາເຟ-ຊາ ພູພຽງບໍລະເວນ ປີ 2022 ແລະ ເປີດ ອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ ໃນວັນທີ 17 ກຸມພາ 2022 ທີ່ ໂຮງແຮມເອລະວັນ, ນະຄອນປາກເຊ, ແຂວງຈໍາປາສັກ ໂດຍເປັນກຽດເຂົ້າຮ່ວມຂອງ  ພົນເອກ ຈັນສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ມີ ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາ ທ່ານເຈົ້າແຂວງ ສາລະວັນ, ເຊກອງ, ອັດຕະປື ແລະແຂວງຈຳປາສັກ, ມີ ຮອງເຈົ້າແຂວງສະຫວັນນະເຂດ, ມີບັນດາ ການນໍາຈາກສູນກາງ ແລະພະ ແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍ ຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວໃນພິທີບາງຕອນວ່າ: ການຈັດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2022 ນີ້ ແມ່ນເພື່ອເປັນການສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແຂວງຈຳປາສັກ ແລະ ບັນດາແຂວງ, ຜູ້ປະກອບການທຸລະກິດກາເຟ-ຊາຈາກທົ່ວປະເທດ ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງກາເຟ-ຊາ ພູພຽງບໍລະເວນ, ຄວາມຫຼາກຫຼາຍດ້ານແນວພັນຊະນິດກາເຟ, ວິຖີຊີວິດຊາວສວນເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນລຸ້ນໃໝ່ໃຫ້ມີວັດທະນະທໍາການດື່ມກາເຟ-ຊາ ພູພຽງບໍລະເວນ. ສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມການຕະຫຼາດ ແລກປ່ຽນຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ, ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນນະພາບເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງໃນຫຼາຍຂັ້ນຕອນ, ຈົນຮອດສິ ລະປະການຊົງກາເຟທີ່ເປັນເອກະລັກ ຮັກສາຣົດຊາດສະເພາະກາເຟ-ຊາ ພູພຽງບໍລະເວນ ເວົ້າລວມ, ເວົ້າສະເພາະ ທີ່ເມືອງປາກຊ່ອງ ຜືນແຜ່ນດີນຄໍາ ແລະ ດິນພູໄຟສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້.

ກາເຟ-ຊາ ແມ່ນສິນຄ້າ ຍຸດທະ ສາດ ຂອງແຂວງຈຳປາສັກ, ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາ ຊົນ ຊາວສວນ ແລະ ລັດຖະບານ ເປັນສິນຄ້າສົ່ງອອກ, ສໍາລັບປີ 2021 ແຂວງຈໍາປາສັກສົ່ງອອກສິນຄ້າ ມູນຄ່າ 300 ລ້ານໂດລາ, ໃນນັ້ນ ກາເຟ-ຊາ ສົ່ງອອກມູນຄ່າ 70 ລ້ານໂດລາ ກວມ 23,33% ຂອງການສົ່ງອອກ ໄປໃນ 20 ປະເທດທົ່ວໂລກ. ພາຍໃນງານ ຜູ້ເຂົ້າຮ່ວມ ຈະໄດ້ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນ ໃນການພັດທະນາກາເຟ-ຊາ ພູພຽງບໍລະເວນ ເປັນຕົ້ນ: 1/ ງານວາງສະແດງ ແລະ ຂາຍສິນຄ້າ ຜົນຜະລິດ ແລະຜະລິດຕະພັນກາເຟ, ຊາ, ພືດຜັກເມືອງໜາວ ແລະ ສິນຄ້າ ODOP ຈາກບັນດາເມືອງອ້ອມຂ້າງແຂວງ ຈໍາປາສັກ, ຊິມຣົດຊາດການປຸງແຕ່ງກາເຟ- ຊາ ຂອງຮ້ານກາເຟ-ຊາ ຈາກບັນດາແຂວງໃນທົ່ວປະເທດ. 2/ ການສໍາມະນາວິທະຍາສາດ ໃນຫົວຂໍ້ ສໍາຄັນກ່ຽວກັບຍຸດທະສາດການພັດທະນາກາເຟລາວ, ກາລະໂອກາດການເຂົ້າເຖີງຕະຫຼາດ ແລະ ສິ່ງທ້າທາຍການແຂ່ງຂັນໃນຕະຫຼາດກາເຟສາກົນ. 3/ ການປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຟ Barista. ແລະ 4/ ການທ່ຽວຊົມສວນກາເຟ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ ສຳຜັດອາກາດທີ່ໜາວເຢັນ ໂດຍຕິດພັນກັບງານດັ່ງກ່າວ ຍັງມີ ພິທີ ປະກາດ ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸທິຍານແຫ່ງຊາດ.

ສຳລັບ ອຸທີຍານແຫ່ງຊາດ ດົງຫົວສາວ ແມ່ນມີຄວາມໂດດເດັ່ນ ທິວທັດທຳມະຊາດທີ່ສວຍງາມ ມີພູພຽງ, ພູສູງ, ຄວາມຫຼາກຫຼາຍສາຍນໍ້າ, ມີນ້ຳຕົກຕາດຫລາຍແຫ່ງ ເຊິ່ງມີນໍ້າໄຫລຕະຫລອດປີ ແລະ ມີຄວາມຫລາກຫລາຍທາງດ້ານຊະນິດພັນສັດນ້ໍາ-ສັດປ່າ ແລະ ພືດປ່າ ກຸຫລາບພັນປີ ທີ່ຫາຍາກ, ເປັນທີ່ຍອມຮັບຂອງສາກົນ ວ່າເປັນອຸດທິຍານ ທີ່ມີຄວາມອຸດົມສົມບຸນທີ່ເຕັມໄປດ້ວຍຊີວະນາໆພັນອັນລ້ຳຄ່າ, ເປັນເຮືອນຮັງຂອງສັດປ່າ ແລະ ມີຄວາມຫຼາກຫຼາຍຂອງຊະນິດພັນໄມ້ໃນລະບົບນິເວດປ່າໄມ້ເຂດຮ້ອນ ທີ່ເປັນເອກະລັກທາງດ້ານຄຸນຄ່າຊີວະວິທະຍາ ທີ່ມີຄວາມສໍາຄັນຕໍ່ວົງຄະນະຍາດແຫ່ງຊາດ ແລະ ໃນໂລກ.

ສ່ວນອຸທິຍານແຫ່ງຊາດ ເຊປຽນ ແມ່ນມີຄວາມໂດດເດັ່ນທາງດ້ານຊະນິດພັນສັດປ່າ ຈໍາພວກຕະກຸນລີງ ທະນີ ແລະ ນົກນ້ໍາຂະໜາດໃຫຍ່ ແລະ ປ່າດົງດິບເຂດຮາບພຽງຂະໜາດໃຫຍ່  ປະເພດປ່າແຄມນໍ້າ ເປັນທີ່ຢູ່ອາໄສທີ່ມີຄຸນຄ່າຕໍ່ສັດນ້ຳ-ສັດປ່ານາໆ ຊະນິດ, ໃນຂອບເຂດປ່າສະຫງວນ ເຊປຽນ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ໄດ້ສ້າງຄຸນຄ່າແລະ ປະໂຫຍດ ຈາກຄວາມອຸດົມສົມບູນຂອງລະບົບນິເວດ ພາຍໃນເຂດປ່າສະຫງວນແຫ່ງນີ້ ໃນການດໍາລົງຊີວິດ ຕິດພັນກັບການອະນຸລັກ ປົກປັກຮັກສາປ່າສະຫງວນແຫ່ງຊາດ.