*//// *//// ເມືອງວຽງໄຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ – Vte9 *//// *////

ເມືອງວຽງໄຊ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ

ແບ່ງປັນຂ່າວນີ້

ໃຫ້ກຽດມອບໂລລາງວັນໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຄຳ ໂຮມມີໄຊ ເຈົ້າເມືອງ-ເມືອງວຽງໄຊ ເປັນຜູ້ກ່າວຮັບ ໂດຍມີ ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ-ແຂວງຫົວພັນ, ພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ພະແນກ ຖວທ 8 ແຂວງພາກເໜືອ, ການນຳ 10 ເມືອງ ແລະ ມວນຊົນເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຜົນລຳເລັດຂອງ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 25 ປີ 2022 ເຊິ່ງປະເທດກຳປູເຈຍເປັນເຈົ້າພາບ ແລະ ຜ່ານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຈາກທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນ. ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກ ຖວທ ແຂວງຫົວພັນ.   ເມືອງວຽງໄຊໄດ້ເລີ່ມສ້າງເປັນເມືອງທ່ອງທ່ຽວສະອາດອາຊຽນມາແຕ່ປີ 2019 ໂດຍມີ 7 ມາດຖານ, 28 ຕົວຊີ້ວັດ ແລະ 108 ເງື່ອນໄຂໂດຍແມ່ນກົມພັດທະນາການທອ່ງທ່ຽວໄດ້ລົງມາເຜີຍແຜ່ມາດຖານເມືອງທ່ອງທ່ຽວສະອາດອາຊຽນຢູ່ເມືອງວຽງໄຊ ແລະ ໄດ້ລົງປະເມີນໃນປີ 2020 ເຫັນວ່າ 69 ເງື່ອນໄຂທີ່ເມືອງວຽງໄຊຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດ ດັ່ງນັ້ນມາໃນປີ 2021 ພາກສ່ວນກ່ຽວຂ້ອງ ຈິ່ງໄດ້ປະເມີນຄືນຕາມ 7 ມາດຖານ, 28 ຕົວຊີ້ວັດ ແລະ 108 ເງື່ອນໄຂ ເຫັນວ່າ ບັນດາຕົວເລກຕ່າງໆ ສາມາດບັນລຸຄາດໝາຍ ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນສູນກາງ ຈິ່ງສະເຫນີເມືອງວຽງໄຊ ເປັນເມືອງທ່ອງທ່ຽວສະອາດອາຊຽນ ໃນປີ 2022 ພ້ອມທັງໄດ້ຮັບລາງວັນນາມມະຍົດດັ່ງກ່າວ.

ເນື່ອງຈາກວ່າເມືອງວຽງໄຊເປັນເມືອງທີ່ມີຄວາມສຳຄັນດ້ານທີ່ຕັ້ງປະຫວັດສາດເປັນຖີ່ນກຳເນີດຂອງ ສປປ ລາວ ເປັນຈຸດຫມາຍປາຍທາງການທ່ອງທ່ຽວອັນດັບ 1 ຂອງແຂວງຫົວພັນ ນັກທ່ອງທ່ຽວມາຮອດແຂວງຫົວພັນ ຫາກບໍ່ໄດ້ມາທ່ຽວເມືອງວຽງໄຊ ກໍ່ປຽບເຫມືອບໍ່ໄດ້ມາຮອດແຂວງຫົວພັນ. ເຊິ່ງເປັນເມືອງທີ່ມີທິວທັດທໍາມະຊາດທີ່ສວຍງາມ ແລະ ເປັນເມືອງທີ່ມີອາກາດເຢັນຕະຫຼອດປີເໝາະແກ່ການທ່ອງທ່ຽວພັກຜ່ອນເພື່ອສຸຂະພາບ.

ດ້ວຍເງື່ອນໄຂ ແລະ ຄວາມສຳຄັນດັ່ງກ່າວເມືອງວຽງໄຊ ຈິ່ງເປັນ 1 ໃນເມືອງເປົ້າຫມາຍຂອງ     ສປປ ລາວ ທີ່ກະຊວງ ຖວທ ຄັດເລືອກສ້າງໃຫ້ເປັນເມືອງທ່ອງທ່ຽວສະອາດອາຊຽນ ເພື່ອເປັນການສ້າງເງື່ອນໄຂໃນການອະນຸລັກເມືອງວຽງໄຊໃຫ້ຍືນຍົງ ແລະ ດຶງດູດນັກທ່ອງທ່ຽວໃຫ້ເດີນທາງເຂົ້າມາທ່ຽວແຂວງຫົວພັນນັບມື້ຫລາຍຂຶ້ນ.