*//// *//// ປກສ ເມືອງຄອບ ແຂວງໄຊຍະບູລີ ອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ  – Vte9 *//// *////

ປກສ ເມືອງຄອບ ແຂວງໄຊຍະບູລີ ອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ 

ແບ່ງປັນຂ່າວນີ້

 ໃນຕອນເຊົ້າຂອງວັນທີ 8 ເມສາ 2022 ນີ້ ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ແຂວງໄຊຍະບູລີ ເປີດຊຸດຝຶກອົບຮົມວຽກງານສະກັດ ແລະ ຕ້ານອັກຄີໄພ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ປານ ບຸນປອນ ຄະນະຫ້ອງຕໍາຫຼວດ ປກສ ແຂວງ ( ຜູ້ຊີ້ນໍາວຽກງານຈໍລະຈອນ, ກັນ ແລະ ມອດໄຟ ), ມີທ່ານ ພັທ ເຂັມເພັດ ວັນນະລາດ  ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ມີ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ພັທ ປານ ບຸນປອນ ຄະນະຫ້ອງຕໍາຫຼວດ ປກສ ແຂວງ ໃຫ້ຮູ້ວ່າ: ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ເປັນວຽກງານໜຶ່ງຂອງວຽກງານປ້ອງກັນຄວາມສະຫງົບສຸກ ເຊິ່ງໄດ້ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານການເຄື່ອນໄຫວຂອງສັງຄົມ ຕິດພັນກັບການສ້າງສາພັດທະນາເສດຖະກິດຂອງຊາດ. ໂດຍມີຈຸດປະສົງເພື່ອເຮັດໃຫ້ພະນັກງານພາຍໃນກົມກອງມີຄວາມຮູ້ພື້ນຖານ, ເຕັກນິກ ແລະ ຮູ້ນໍາໃຊ້ອຸປະກອນອື່ນໆ ໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພທີ່ອາດຈະເກີດຂື້ນ ໃຫ້ສາມາດດັບມອດໄດ້ຢ່າງທັນການ, ຮັບປະກັນບໍ່ໃຫ້ມີຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມປອດໄພ, ສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ພ້ອມດຽວກັນນີ້ຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນ ແລະ ຜູ້ຝຶກອົບຮົມຈົ່ງນໍາເອົາບັນດາເນື້ອໃນຈິດໃຈຂອງການອົບຮົມໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດໃຫ້ທັນການ ແລະ ມີປະສິດທິພາບສູງດ້ວຍວິທີການທີ່ຖືກຕ້ອງ.

ນອກຈາກນີ້ ນັກສໍາມະນາກອນ ແລະ ຜູ້ຝຶກອົບຮົມຍັງໄດ້ມີການສາທິດຈໍາລອງເຫດການເຂົ້າໃນການຈັດຕັ້ງປະຕິບັດຕົວຈິງນໍາອີກ.

ທິບພະຈັນ: ຮຽບຮຽງ