*//// *//// ຊາວພຸດຮ່ວມຕັກບາດ ໃນງານບຸນນະມັດສະການ ຜາສາດຫີນວັດພູ ຈຳປາສັກ – Vte9 *//// *////

ຊາວພຸດຮ່ວມຕັກບາດ ໃນງານບຸນນະມັດສະການ ຜາສາດຫີນວັດພູ ຈຳປາສັກ

ແບ່ງປັນຂ່າວນີ້

ຕອນເຊົ້າຂອງວັນທີ 16 ກຸມພາ ຜ່ານມາ, ກົງກັບ ວັນບຸນມາຄະບູຊາ ເພັງ 15 ຄໍ່າເດືອນສາມ ພສ 2564 ຊາວພຸດຈາກທຸກສາລະທິດໄດ້ຮ່ວມກັນ ທຳບຸນຕັກບາດ ທີ່ສະຖານບູຮານວັດພູ ຈຳປາສັກ, ເຂົ້າຮ່ວມໃນພິທີ ມີພຣະອາຈານ ມະຫາ ບຸນມາ ສີມາພົມ ປະທານສູນກາງອົງການພຸດທະສາສະໜາສຳ ພັນລາວ, ພຣະອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານອົງການພຸດທະສາສະໜາສຳພັນລາວ ແຂວງຈຳປາສັກ, ມີທ່ານ ວິໄລວົງ ບຸດຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍອະດີດການນຳແຂວງ-ສູນກາງ ແລະ ຊາວພຸດ, ພ້ອມນັກທ່ອງທ່ຽວຈຳນວນຫຼວງຫຼາຍ.

ໃນພິທີພຣະອາຈານ ໄດ້ນຳພາຄະນະສົງຈຳນວນ 100 ອົງ ແລະ ຊາວພຸດທະສານິກະຊົນທັງຫຼາຍໄຫວ້ພຣະ ຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາຮັບສິນ, ຢາດນໍ້າໃຫ້ຮັບພອນແກ່ອອກຕົນຍາດຍົມ, ຈາກນັ້ນ ກໍໄດ້ຍ່າງບິນທະບາດ ບໍລິເວນໂຮງຊາວລົງຮອດແຄມໜອງສະ, ການທຳບຸນຕັກ ບາດ ທີ່ສະຖານບູຮານວັດພູຈຳປາສັກ ເປັນການສືບທອດຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງຈຳປາສັກ ສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ່ຢູ່ກັບຄົນລາວຕະ ຫຼອດໄປ, ເພື່ອເປັນການອຸທິດສ່ວນກຸສົນ ແລະ ສີລິມົງຄຸນແກ່ຕົນເອງ ພ້ອມຄອບຄົວໃຫ້ຢູ່ດີມີສຸກ ທັງເປັນການເຜີຍແຜ່ວັດທະນະທຳ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມວັດພູ ມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫຼາຍຂຶ້ນ ອີກດ້ວຍ.