*//// *//// ນະຄອນຫຼວງກຳນົດ 6 ຂໍ້ຫ້າມຂໍໃຫ້ທຸກຄົນຮ່ວມກັນປະຕິບັດຕະຫຼອດໄລຍະປີໃໝ່ລາວ  – Vte9 *//// *////

ນະຄອນຫຼວງກຳນົດ 6 ຂໍ້ຫ້າມຂໍໃຫ້ທຸກຄົນຮ່ວມກັນປະຕິບັດຕະຫຼອດໄລຍະປີໃໝ່ລາວ 

ແບ່ງປັນຂ່າວນີ້

  ອີງຕາມຄຳສັ່ງ ສະບັບເລກທີ 04/ຈນວ ລົງວັນທີ 31 ມີນາ 2022 ຂອງນະຄອນຫຼວງ ວ່າດ້ວຍການຮັກສາຄວາມເປັນລະບຽບຮຽບຮ້ອຍໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ຢູ່ໃນນະຄອນຫຼວງວຽງຈັນ ແມ່ນໄດ້ກຳນົດ 6 ຂໍ້ຫ້າມໄວ້ດັ່ງນີ້:

1. ຫ້າມອົງການຈັດຕັ້ງຂອງລັດ, ເອກະຊົນ, ແລະສັງຄົມຢູ່ນະຄອນຫຼວງວຽງຈັນ ຈັດງານລ້ຽງ, ງານອວຍພອນສະຫຼອງປີໃໝ່ລາວ ພສ2565 ເພື່ອປ້ອງກັນການຕິດເຊື້ອ ແລະແຜ່ເຊື້ອພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດ ທັງເປັນການປະຕິບັດມາດຕະການປະຢັດມັດທະຍັດ.

2. ຫ້າມຈັດຄອນເວີດ, ເປີດເຄື່ອງຂະຫຍາຍສຽງ ຫຼື ເສບດົນຕີ, ສະແດງສິລະປະດົນຕີກາງແຈ້ງຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ບໍລິເວນອ້ອມຮອບວັດວາອາຮາມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ສວນນ້ຳ, ຣີສອດ, ຫາດແຄມນ້ຳງື່ມ, ນ້ຳຂອງ, ຕາມແຄມຖະໜົນຫົນທາງ, ລວມທັງງານປະກວດນາງສັງຂານ, ງານແຫ່ນາງສັງຂານ ແລະງານອື່ນໆທີ່ເປັນການເຕົ້າໂຮມຄົນຈຳນວນຫຼາຍ.

3. ຫ້າມຫົດສາດນ້ຳສີ, ນ້ຳເປື້ອນ, ນ້ຳຄັນ ແລະນຳໃຊ້ພາຫະນະເລາະສາດນ້ຳໃຫ້ກັນຕາມຖະໜົນຫົນທາງ ຮ່າຍນ້ຳໃສ່ຖົງຢ່າງ ຫຼືພາຫະນະອື່ນໆເພື່ອດືກແກວ່ງໃສ່ກັນ.

4. ຫ້າມນຸ່ງເຄື່ອງໂປ້ເປື້ອຍ ແລະການປະພຶດລາມົກອານາຈານ ຢູ່ຕາມວັດວາອາຮາມ, ສະຖານທີ່ສັກກາລະບູຊາ ແລະສະຖານທີ່ສາທາລະນະຕ່າງໆ.

5. ຫ້າມຫ້າມຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະເສບສິ່ງມືນເມົາຂັບລົດ, ຜູ້ຂັບລົດແມ່ນບໍ່ໃຫ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະເສບສິ່ງມືນເມົາ(ດື່ມບໍ່ຂັບ-ຂັບບໍ່ດື່ມ).

6. ຫ້າມຈູດໝາກກະໂພກ, ກໍ່ສຽງແຕກ ແລະເປີດສຽງດົນຕີເນືອງນັນລົບກວນຜູ້ອື່ນ.

ຕະຫຼອດໄລຍະບຸນປີໃໝ່ແມ່ນໃຫ້ເຈົ້າໜ້າທີ່ທັງໜ່ວຍງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປ້ອງກັນບ້ານຕ່າງໆເຄື່ອນໄຫວລາດຕະເວັນຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງທັນການ.

ຂ່າວ:ເສດຖະກິດການຄ້າ    ຮຽບຮຽງ: ທິບພະຈັນ