*//// *//// ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນປະທານກອງປະຊຸມສົນທະນາດ້ານສາທາລະນະສຸກໃນຂັ້ນພາກພື້ນ  – Vte9 *//// *////

ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນປະທານກອງປະຊຸມສົນທະນາດ້ານສາທາລະນະສຸກໃນຂັ້ນພາກພື້ນ 

ແບ່ງປັນຂ່າວນີ້

ໃນທ້າຍອາທິດນີ້, ປອ. ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເປັນປະທານກອງປະຊຸມປະຈຳປີ ຄະນະກຳມະການຂັ້ນພາກພື້ນຂອງອົງການອະນາໄມໂລກ (WHO) ປະຈໍາພາກພື້ນປາຊີຟິກຕາ ເວັນຕົກ ຢູ່ ມະນີລາ, ປະເທດ ຟິລິບປິນ ແລະກອງປະຊຸມຄັ້ງນີ້ ບັນດາລັດຖະມົນຕີສາທາລະນະສຸກ ແລະ ພະນັກງານຂັ້ນອາວຸໂສ ຈາກປະເທດຕ່າງໆ ໄດ້ຍົກໃຫ້ເຫັນບັນດາບັນຫາດ້ານສາທາລະນະສຸກ ທີ່ສຳຄັນ ແລະ ເປັນບູລິມະສິດ ສຳລັບ 37 ປະເທດ ແລະ ບັນດາປະເທດໃນຂົງເຂດ. 

ທ່ານລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມຄະນະກຳມະການຂັ້ນພາກພື້ນຄັ້ງນີ້ ແມ່ນເປັນໂອກາດທີ່ສຳຄັນທີ່ພວກເຮົາສາມາດແລກປ່ຽນປະສົບການຮ່ວມກັບບັນດາປະເທດອື່ນໆ ແລະ ສາມາດຮຽນຮູ້ວິທີການຕ່າງໆ ວ່າເຂົາເຈົ້າໄດ້ແກ້ໄຂບັນດາສິ່ງທ້າທາຍ ທີ່ມີຄວາມຄ້າຍຄືກັນກັບສິ່ງທີ່ພວກເຮົາພວມປະເຊີນຢູ່ໃນປັດຈຸບັນນັ້ນໄດ້ຄືແນວໃດ-ຕະຫຼອດຈົນຮອດການກໍານົດວິທີ ແນວທາງການຊ່ວຍເຫຼືອຈາກອົງການອະນາໄມໂລກ ໃຫ້ແກ່ວຽກງານສາທາລະນະສຸກ ໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້ໃຫ້ໄດ້ຮັບໝາກຜົນດີທີ່ສຸດ ແລະ ຍັງເປັນການລະດົມການຊ່ວຍເຫຼືອ ຫຼື ການສະໜັບສະໜູນຈາກສາກົນອີກດ້ວຍ. ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນຄວາມຄືບໜ້າດ້ານສາທາລະນະສຸກ ໃນສປປ ລາວ ລວມທັງ ການປົກປ້ອງປະຊາກອນທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການສັກຢາກັນພະຍາດໂຄວິດ-19 ແລະ ການກ້າວໄປສູ່ການກໍາຈັດພະຍາດມາລາເລຍ, ການປັບປຸງການຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກ,ການສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ. ນອກນີ້, ທ່ານຍັງໄດ້ກ່າວເຖິງຄວາມທ້າທາຍໃນການຮັບປະກັນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນສີ່ງກີດຂວາງ ຄວາມຄືບໜ້າຂອງວຽກງານ ໂດຍສະເພາະ ຕໍ່ວຽກງານສັກຢາກັນພະຍາດຮອບປົກກະຕິ, ການເຂົ້າເຖິງຢາ, ພະຍາດໄຂ້ເລືອດອອກ ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ຂອງປະເທດ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງຕະຫຼອດຫຼາຍປີທີ່ຜ່ານມາ ຈົນເຮັດໃຫ້ພວກເຮົາສາມາດກ້າວເຂົ້າສູ່ “ການດຳລົງຊີວິດຢູ່ຮ່ວມກັບ ແລະ ສະກັດກັ້ນ” ພະຍາດໂຄວິດ-19 ໄດ້.