*//// *//// ທະນາຄານນະໂຍບາຍ ຈັດພິທີ ມອບ-ຮັບໜ້າທີ່ຜູ້ອໍານວຍການໃໝ່  – Vte9 *//// *////

ທະນາຄານນະໂຍບາຍ ຈັດພິທີ ມອບ-ຮັບໜ້າທີ່ຜູ້ອໍານວຍການໃໝ່ 

ແບ່ງປັນຂ່າວນີ້

ໃນວັນທີ 25 ຕຸລາ 2022 ລະຫວ່າງ ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ກັບ ທ່ານ ວິສອນ ໄຊສົງຄາມ ຜູ້ອໍານວຍການທະນາຄານນະໂຍບາຍຜູ້ໃໝ່ ໂດຍມີ ທ່ານ  ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານທະນາຄານນະໂຍບາຍ, ມີບັນດາຄະນະກົມ-ຄະນະອຳນວຍການທະນາຄານ ທຸລະກິດ-ສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ກໍໄດ້ລາຍງານຫຍໍ້ສະພາບການເຄື່ອນ ໄຫວວຽກງານຂອງທະນາຄານນະໂຍບາຍໄຕມາດ III/2022 ແລະ ທິດທາງແຜນການໄຕມາດ IV/2022. ຈາກນັ້ນ, ກໍໄດ້ມີການລົງລາຍເຊັນໃສ່ເອກະສານ ມອບ-ຮັບໜ້າທີ່ຜູ້ອໍານວຍການ ຢ່າງເປັນທາງການ. 

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງ ຕໍ່ກັບການຊີ້ນຳ-ນຳພາຂອງທ່ານຜູ້ອໍານວຍການທະນາຄານນະໂຍບາຍຜູ້ເກົ່າ ເຮັດໃຫ້ທະນາຄານນະໂຍບາຍ ມີອັນປ່ຽນແປງໃໝ່ ຢ່າງຕັ້ງໜ້າ ແລະ ຍັງໃຫ້ທິດຊີ້ນຳໃຫ້ແກ່ຜູ້ອໍານວຍການທະນາຄານນະໂຍບາຍຜູ້ໃໝ່ ພ້ອມດ້ວຍຄະນະ ຈົ່ງເອົາໃຈໃສ່ເສີມຂະຫຍາຍຜົນງານ ທີ່ພົ້ນເດັ່ນຂອງຜູ້ອໍານວຍການເກົ່າ; ນຳເອົາມະຕິຂອງຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານລະອຽດ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານ; ມີຄວາມສາມັກຄີເປັນເອກະພາບ, ເຮັດວຽກລວມສູນປະຊາທິປະໄຕ; ສືບຕໍ່ປັບປຸງປ່ຽນແປງ ແລະ ແກ້ໄຂຂໍ້ຄົງຄ້າງໃນຜ່ານມາ; ສະໜອງແຫລ່ງທຶນຕ້ອງໃຫ້ຖືກເປົ້າໝາຍ ແລະ ທ່ວງທັນລະດູການ ຢູ່ບັນດາເມືອງເປົ້າໝາຍ, ຈຸດສຸມພັດທະນາຂອງລັດຖະບານ, ຂອງທ້ອງຖິ່ນ ແລະ ບ້ານ 3 ສ້າງຕາມແຜນການ. ພ້ອມນັ້ນ, ກໍໃຫ້ສືບຕໍ່ການສະໜອງແຫລ່ງທຶນ ຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະ ກອງທຶນບ້ານ (ອກສກ) ກໍຄື ການຈັດຕັ້ງປະບັດວຽກງານໂຄງການ 4 ຮ່ວມ ໃຫ້ເກີດຜົນດີ; ຢັບຢັ້ງບໍ່ໃຫ້ເກີດໜີ້ NPL ແລະ ຕ້ອງແກ້ໄຂໜີ້ດັ່ງກ່າວ ທີ່ເກີດຂຶ້ນໃນຜ່ານມາໃຫ້ໝົດໄປເທື່ອລະກ້າວ.