*//// *//// ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022  – Vte9 *//// *////

ທະນາຄານ ແຫ່ງ ສ ປປ ລາວ ຈັດກິດຈະກຳແລ່ນມາລາທອນເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 

ແບ່ງປັນຂ່າວນີ້


ໃນຕອນເຊົ້າ ຂອງວັນທີ 6 ສິງຫາ 2022 ທີ່ ເດີ່ນທາດຫຼວງ, ທະນາຄານແຫ່ງ ປປ ລາວ ພ້ອມດ້ວຍ ທະນາຄານທຸລະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳສ້າງຂະບວນການແລ່ນມາລາທອນ ໄລຍະ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງສປປ ລາວ ພ້ອມດ້ວຍ ຄະນະນຳ-ຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຄະນະອຳນວຍການຂອງທະນາຄານທຸລະກິດ ພ້ອມດ້ວຍພະນັກງານຂະແໜງການທະນາຄານ ທັງໝົດຫຼາຍກວ່າ 200 ທ່ານ ເຂົ້າຮ່ວມ.

   ຈຸດປະສົງຂອງຂະບວນການໃນຄັ້ງນີ້ເພື່ອເປັນການ ເຄື່ອນໄຫວສ້າງຂະບວນການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຊຶ່ງປະກອບມີ 2 ວັນປະຫວັດສາດຄື:  ວັນເຊັນສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18/07/1977 – 18/07/2022) ແລະ  ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022). 

ເພື່ອເຮັດໃຫ້ປີ 2022 ເປັນປີສາມັກຄີມິດຕະພາບລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມຟົດຟື້ນ, ມີຊີວິດຊີວາ ແລະກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສອງຊາດ ລາວ-ຫວຽດນາມ, ທະນາຄານແຫ່ງ ສປປ ລາວ ໂດຍສົມທົບກັບທະນາຄານທຸລະກິດຫວຽດນາມທີ່ດຳເນີນທຸລະກິດໃນ ສປປ ລາວ ຈຶ່ງໄດ້ຈັດກິດຈະກຳດັ່ງກ່າວຂຶ້ນ ເພື່ອເສີມສ້າງຄວາມສາມັກຄີ, ເສີມຂະຫຍາຍສາຍສຳ ພັນອັນສະໜິດແໜ້ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະແໜງການທະນາຄານ-ການເງິນຂອງພວກເຮົາ ຊຶ່ງ ທະນາຄານແຫ່ງ ສປປ ລາວ ໄດ້ຂຶ້ນແຜນເຄື່ອນໄຫວຂະບວນການສະເຫຼີມສະຫຼອງສັນສຳຄັນດັ່ງກ່າວ ປະກອບດ້ວຍ ຂະບວນກິລາສາມັກຄີ, ການຈັດປະຖະກະຖາເລົ່າມູນເຊື້ອ ແລະ ຈັດງານວາງສະແດງຜົນງານຂະແໜງການທະນາຄານ-ການເງິນ.