*//// *//// ພະແນກ ອຸດສາຫະກຳ ແລະ ການຄ້າ ນວ ເປີດການຈຳໜ່າຍຊີ້ນໝູແຊກແຊງຕະຫຼາດໃນລາຄາລັດຊີ້ນຳ ຢູ່2 ຈຸດ ໃນນະຄອນຫຼວງວຽງຈັນ  – Vte9 *//// *////

ພະແນກ ອຸດສາຫະກຳ ແລະ ການຄ້າ ນວ ເປີດການຈຳໜ່າຍຊີ້ນໝູແຊກແຊງຕະຫຼາດໃນລາຄາລັດຊີ້ນຳ ຢູ່2 ຈຸດ ໃນນະຄອນຫຼວງວຽງຈັນ 

ແບ່ງປັນຂ່າວນີ້

    ໃນຕອນແລງວັນທີ 5 ສິງຫາ 2022, ທີ່ຕະຫຼາດກະສິກຳ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ, ພະແນກອຸດສາຫະກຳ ແລະ ການຄ້າ ນວ ເປີດການຈຳໜ່າຍຊີ້ນໝູແຊກແຊງຕະຫຼາດໃນລາຄາລັດຊີ້ນຳ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ, ມີບັນດາຫົວໜ່ວຍທຸລະກິດ ແລະ ພະນັກອ້ອມຂ້າງ ເຂົ້າຮ່ວມ.

    ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ກ່າວວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າໃນຕະຫຼາດ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີຄວາມຫມັ້ນຄົງທາງດ້ານການສະໜອງສິນຄ້າພຽງພໍກັບຄວາມຕ້ອງການ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ, ຫຼີກລ່ຽງການສວຍໂອກາດຂື້ນລາຄາສິນຄ້າ ແລະ ການເກງກໍາໄລ ທີ່ບໍ່ສົມເຫດສົມຜົນເປັນການເອົາລັດເອົາປຽບຜູ້ບໍລິໂພກ, ຈຶ່ງໄດ້ຮ່ວມມືກັບຜູ້ປະກອບການຕະຫຼາດກະສິກໍາ, ຟາມລ້ຽງຫມູ, ໂຮງງານ ແລະ ສະຫະກອນ ນໍາເອົາສິນຄ້າປະເພດ ຊີ້ນຫມູ ອອກຈໍາໜ່າຍ ຢູ່ໃນນະຄອນຫຼວງວຽງຈັນ 2 ຈຸດ (ເລີ່ມແຕ່ວັນທີ 5 ສິງຫາ – 5 ພະຈິກ 2012) ຄືດັ່ງນີ້:

ຈຸດຈໍາຫນ່າຍທີ 1: ຢູ່ຕະຫຼາດກະສິກໍາ, ບ້ານຫນອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຕັ້ງຢູ່ດ້ານຫຼັງພະ ແນກກະສິກໍາແລະ ປ່າໄມ້ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) 

ຈຸດຈໍາຫນ່າຍທີ 2: ຢູ່ຮ້ານວາງຂາຍສິນຄ້າ ຂອງລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານສີ ຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) 

ລາຄາຊີ້ນໝູ:  ປະເພດ 1. ລາຄາສູງສູດ 55.000 ກີບ/ກິໂລ, ປະເພດ 2 ລາຄາສູງສຸດ 50.000 ກີບ/ກິໂລ.

ຂ່າວ: ທິບພະຈັນ                    ບກ:……………