*//// *//// ລັດ ສົ່ງເສີມການປູກ-ຜະລິດຊາ ເປັນສິນຄ້າສົ່ງອອກ ຕິດພັນການທ່ອງທ່ຽວ  – Vte9 *//// *////

ລັດ ສົ່ງເສີມການປູກ-ຜະລິດຊາ ເປັນສິນຄ້າສົ່ງອອກ ຕິດພັນການທ່ອງທ່ຽວ 

ແບ່ງປັນຂ່າວນີ້

ກອງປະຊູມປຶກສາຫາລືດ້ານການພັດທະນາຂະແໜງຊາ ລາວ ພາຍໃຕ້ຄວາມຮັບຜິດຊອບຂອງໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາ ເປັນສິນຄ້າ (Mekong Tea Project) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 3-5 ມິຖຸນາ 2022 ທີ່ສູນການຄ້າລາວ ໄອເຕັກ, ນະຄອນຫລວງວຽງຈັນ ໂດຍການເປັນປະທານເປີດຂອງທ່ານ ປອ.ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ, ກະຊວງ ກະສິກຳ ແລະ ປ່າໄມ້ (ກປ) ແລະທ່ານ ສົົມວິໄຊ ວົງທິຣາດ ຮອງຫົວ ໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາ ຫະກໍາ ແລະ ການຄ້າ (ອຄ); ມີບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ບັນດາຜູ້ປະກອບການ, ກຸ່ມຜູ້ຜະລິດຊາ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. 

ກອງປະຊູມຄັ້ງນີ້ ໄດ້ສັງລວມຫຍໍ້ສະພາບການພັດ ທະນາຂະແໜງການຊາ ລາວ ແລະ ວິເຄາະກໍລະນີສຶກສາ ກ່ຽວກັບສັນຍາສອງສົ້ນໃນຂະແໜງຊາລາວ; ສະເໜີຈຸດປະສົງຂອງໂຄງການຊາແມ່ນໍ້າຂອງ ແລະ ຄວາມຄືບໜ້າ; ການສະໜັບສະໜູນກຸ່ມຜະລິດຊາແບບຍືນຍົງ ທີ່ເມືອງຍອດອູ, ແຂວງຜົ້ງສາລີ; ການສະໜັບສະໜູນການຢັ້ງຢືນຄຸນນະພາບ ແລະ ການເຂົ້າເຖິງຕະຫລາດ; ການພັດທະນາການຜະລິດຊາຢູ່ພາກເໜືອລາວ ໂດຍໂຄງການຮ່ວມມືລະຫວ່າງກົມສົ່ງເສີມກະສິກໍາ ແລະ ສະຫະກອນ ແລະ ອົງ ການ Helvetas; ການພັດທະນາ GI ຢູ່ສປປ ລາວ ແລະ ຄວາມຄືບໜ້າ, ແນວຄວາມຄິດ ກ່ຽວກັບຖິ່ນກຳເນີດ; ບັນຈຸພັນ ແລະ ການພັດທະນາຍີ່ຫໍ້ທ້ອງຖິ່ນ ສູ່ຍີ່ຫໍ້ລະດັບຊາດ; ນໍາສະເຫນີແນວຄວາມຄິດ: ເຄືອຂ່າຍຮຽນຮູ້ຊາລາວ; ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງໄດ້ຈັດກຸ່ມຍ່ອຍ ເພື່ອແລກປ່ຽນກ່ຽວກັບເຄື່ອຂ່າຍຮຽນຮູ້ຊາລາວ ແລະ ນໍາສະໜີຜົນການປະກອບຄໍາເຫັນໃນກຸ່ມຍ່ອຍ ແລະ ຄຳແນະນໍາຕ່າງໆ; 

ສຳລັບວັນທີ 4 ແລະ ທີ 5 ມິຖຸນາ ມີການວາງສະແດງຊາ ຕາມຫ້ອງຕ່າງໆຂອງສູນການຄ້າໄອເຕັກ, ນອກນີ້ ຍັງມີການສະແດງຟ້ອນ“ເກັບຊາ”, ວົງດົນຕີຍິງລາວສະແດງ ເປົ່າແຄນ; ການປະກອບຄຳເຫັນໃນການສະໜັບສະໜູນຈາກລັດຖະບານຝຣັ່ງ ໃນການພັດທະນາຕ່ອງໂສ້ກະສິກຳ ທີ່ຍືນຍົງ; ເວທີສົນທະ ນາພາຍໃຕ້ຫົວຂໍ້:“ຊາລາວມີລັກສະນະສະເພາະແນວໃດ? ມີສິ່ງທ້າທາຍຫຍັງແດ່ ທີ່ຜູ້ຜະລິດ ແລະຜູ້ປະກອບການພົບພໍ້, ທ່າແຮງບົ່ມຊ້ອນ ສຳລັບເປົ້າໝາຍການຕະຫລາດ ແລະ ພັດທະນາເສດຖະກິດ-ສັງ ຄົມ”. ນອກນີ້ ໃນງານຍັງໄດ້ວາງສະແດງ ແລະ ຂາຍຜະລິດຕະພັນຊາ, ຊີມ ນໍ້າຊາ, ສະແດງປະເພນີຊົງຊາ ແລະ ການນຳສະເໜີຜະລິດຕະພັນຊາ ຈາກບັນດາແຂວງຕ່າງໆ. 

   ທ່ານ ຮອງຫົວໜ້າກົມປູກຝັງ ໄດ້ກ່າວວ່າ: ປະຈຸບັນມີຫລາຍແຜນງານ ແລະ ໂຄງການທີ່ພວມຈັດຕັ້ງປະຕິບັດ ເພື່ອສົ່ງເສີມການຜະລິດຊາ, ໃນນັ້ນ ກໍມີໂຄງການສ້າງຄວາມເຂັ້ມແຂງໃນການຜະລິດໃບຊາເປັນສິນຄ້າ ເປັນໂຄງການທີ່ໄດ້ຮັບທຶນການຊ່ວຍເຫລືອຈາກອົງການຝຣັ່ງເພື່ອການພັດທະນາ (AFD), ໄລ ຍະຈັດປະຕິບັດ 3 ປີ(ແຕ່ປີ 2019-2022) ໂດຍໄດ້ກໍານົດພື້ນທີ່ ຕົວແບບໃນການປະຕິບັດໂຄງການ ຢູ່ 2 ແຂວງຄື: ເມືອງໄຊສະຖານ ແຂວງໄຊຍະບູລີ ແລະ ເມືອງເມິງ ແຂວງບໍ່ແກ້ວ. ໃນນີ້ຍັງມີອົງປະກອບໂຄງການສຳຄັນໜຶ່ງ ເພື່ອສະໜັບສະໜູນວຽກງານພັດທະນາໂຄງສ້າງການຈັດຕັ້ງຂອງຂະແໜງຊາ ທີ່ຕິດພັນກັບການສ້າງນະໂຍບາຍກ່ຽວຂ້ອງໃນການຄຸ້ມຄອງຂະແໜງ ເພື່ອປະກອບສ່ວນຈັດຕັ້ງປະຕິບັດນະໂຍ ບາຍການສົ່ງເສີມການຜະລິດກະສິກຳໃນຮູບແບບກະສິກຳສະອາດ ທີ່ເປັນມິດກັບສີ່ງແວດລ້ອມ  ແນໃສ່ໃຫ້ຜູ້ຜະລິດທຸກພາກສ່ວນໄດ້ເຂົ້າຮ່ວມໃນຕ່ອງໂສ້ກາເຟ ແລະ ໄດ້ຮັບຜົນປະໂຫຍດຢ່າງເປັນທຳ ສອດຄ່ອງກັບແຜນຍຸດທະສາດກະສິກຳ ແລະ ປ່າໄມ້ຮອດປີ 2025 ແລະ ວິໄສທັດຮອດປີ 2030.

ທິບພະຈັນ:ຮຽບຮຽງ