*//// *//// ລົດໄຟ ລາວ-ຈີນ ປະກອບສ່ວນ ສ້າງວຽກເຮັດງານທໍາ ແກ່ແຮງງານລາວ   – Vte9 *//// *////

ລົດໄຟ ລາວ-ຈີນ ປະກອບສ່ວນ ສ້າງວຽກເຮັດງານທໍາ ແກ່ແຮງງານລາວ  

ແບ່ງປັນຂ່າວນີ້

ໂຄງການລົດໄຟ ລາວ-ຈີນ ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການສ້າງວຽກເຮັດງານ ທໍາ ໃນດ້ານຕ່າງໆ ໃຫ້ແກ່ແຮງງານລາວ ຫລາຍພັນຄົນ ເປັນຕົ້ນ ນັກສຶກສາລາວ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ອາໄສຢູ່ລຽບຕາມແລວທາງລົດໄຟ ໄດ້ມີວຽກເຮັດງານທຳ, ມີລາຍຮັບທີ່ໝັ້ນຄົງ ແລະ ມີຊີ ວິດການເປັນຢູ່ ທີ່ດີຂຶ້ນກວ່າເກົ່າ.  

ທ່ານ ສົມຊາຍ ລາວລິວ ຜູ້ຊ່ວຍຄົນຂັບລົດໄຟ ລາວ-ຈີນ ແລະ ທ່ານ  ສັນຕິສຸກ ສີສະເກດ ນາຍຊ່າງປະຈໍາຢູ່ໜ່ວຍງານສ້ອມແປງ ແລະ ບໍາລຸງຮັກສາຫົວຈັກລົດໄຟ ແມ່ນໜຶ່ງໃນນັກສຶກສາລາວ ທີ່ໄດ້ຜ່ານການຝຶກອົບຮົມ ແລະ ຜ່ານການສອບເສັງຄັດເລືອກ ຂອງບໍລິສັດທາງລົດໄຟລາວ-ຈີນ ໃຫ້ບັນຈຸເຂົ້າໃນຕໍາແໜ່ງງານດັ່ງກ່າວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ເມື່ອບໍ່ດົນມານີ້ວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈ ທີ່ໄດ້ປະກອບສ່ວນເຮັດວຽກນໍາ ລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການທີ່ມີຄວາມໝາຍສໍາຄັນຂອງສອງລັດຖະບານ ລາວ-ຈີນ, ພ້ອມທັງສະແດງຄວາມດີໃຈ ແລະ ຂອບໃຈຕໍ່ ບໍລິສັດທາງລົດໄຟ ລາວ-ຈີນ ທີ່ໄດ້ໃຫ້ໂອກາດ ຮັບເອົາຕົນເອງເຂົ້າມາມີສ່ວນຮ່ວມ, ພ້ອມທັງຢືນຢັນວ່າ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນເອງ ຢ່າງສຸດຄວາມສາມາດ ແລະ ຈະສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ ເພື່ອກ້າວໄປເຖິງການມີຕໍາແໜ່ງງານທີ່ສູງກວ່າທີ່ເປັນຢູ່ໃນປັດຈຸບັນ.

ທ່ານ ສົມຊາຍ ລາວລິວ ກ່າວວ່າ: ຕົນເອງເປັນຜູ້ຊ່ວຍໃນການເດີນລົດໄຟ ເປັນຕົ້ນ ປະຕິບັດກົດລະບຽບການແຈ້ງເຕືອນຜູ້ຂັບລົດໄຟ ວ່າຈຸດໃດເປັນຈຸດສຳຄັນທີ່ມີອັນຕະລາຍຕ່າງໆ, ທັງເປັນຜູ້ຕິດຕໍ່ຫາທາງສະຖານີ ກ່ຽວກັບການເດີນລົດ ແລະ ອື່ນໆ. ກ່ອນຈະໄດ້ມາເປັນຜູ້ຊ່ວຍຄົນຂັບລົດໄຟ ຕົນເອງ ໄດ້ເລີ່ມເຂົ້າຮ່ວມຝຶກອົບຮົມນໍາໂຄງການທາງລົດໄຟ ລາວ-ຈີນ ນັບຕັ້ງແຕ່ເດືອນມິຖຸນາ 2020 ແລະ ໄດ້ຜ່ານການຮຽນຮູ້ດ້ານເຕັກນິກຫລາຍຢ່າງ, ທັງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ, ລວມທັງຄວາມຮູ້ທາງລົດໄຟ, ກົດລະບຽບທາງລົດໄຟ, ກົດລະບຽບໃນການຂັບລົດໄຟ, ອຸປະກອນ ແລະ ລະບົບຕ່າງໆ ທີ່ຢູ່ໃນລົດໄຟ ໂດຍມີຊ່ຽວຊານທີ່ກ່ຽວຂ້ອງ ມາສອນໃຫ້ຢູ່ລາວ.

ທິບພະຈັນ:ຮຽບຮຽງ