*//// *//// ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ – Vte9 *//// *////

ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ແບ່ງປັນຂ່າວນີ້

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍການນໍາຂັ້ນສູນກາງ ຮ່ວມສະເຫຼີມ ສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ 1 ມິຖຸນາ ທີ່ຈະມາເຖີງນີ້, ດ້ວຍການສ້າງຂະບວນປູກໄມ້ມຸງຄຸນ 12 ຕົ້ນ ຢູ່ຫໍປະຊຸມແຫ່ງຊາດ.

ພິທີປູກຕົ້ນໄມ້ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາ 2022 ທີ່ຫໍປະຊຸມແຫ່ງຊາດ ເມືອງໄຊເສດຖາ ນ.ວ ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ມີພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ອາລຸນໄຊ ສູນນະ ລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ເພື່ອຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ lX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດ ໃຫ້ກວມອັດຕາ 70%, ພ້ອມທັງ ເປັນການປູກຈິດສຳນຶກ ໃຫ້ນ້ອງນ້ອຍເຍົາວະຊົນ ຮຸ່ນສືບທອດ ກໍຄື ສະມາຊິກພັກ-ພະນັກງານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸ ດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະ ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພທຳມະຊາດ, ເນື່ອງໃນໂອ ກາດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ໄດ້ໝູນວຽນມາບັນຈົບ ຄົບຮອບອີກວາລະໜຶ່ງ, ຫ້ອງວ່າການກງານນາຍົກລັດຖະມົນຕີ ຈຶ່ງໄດ້ຈັດຂະບວນການປູກຕົ້ນໄມ້ ແລະ ກິດຈະກຳສະເຫຼີມສະຫຼອງສອງວັນສໍາຄັນດັ່ງກ່າວຂຶ້ນ ພາຍໃຕ້ຄຳຂວັນທີ່ວ່າ “ການປູກຕົ້ນໄມ້ວັນນີ້ເພື່ອອະນາຄົດລູກຫຼານພວກເຮົາໃນຕໍ່ໜ້າ”.

ສຳລັບ ກິດຈະກຳທີ່ຈັດຂຶ້ນໃນຄັ້ງນີ້ ບັນດາການນຳຂັ້ນສູນກາງ ແລະ ນ້ອງນ້ອຍນັກຮຽນ ຍັງໄດ້ພ້ອມກັນປູກຕົ້ນອດກຈຳປາ ຈຳນວນ 12 ຕົ້ນໃນເຂດພື້ນທີ່ຂອງຫໍປະຊຸມແຫ່ງຊາດ, ກ່ອນທີ່ບັນດາແຂກຜູ້ເຂົາຮ່ວມງານຈະເຂົ້າຊົມກິດຈະກຳຕ່າງໆ, ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 31 ພຶດສະພາ ຫາ ວັນທີ 1 ມິຖຸນາ 2022 ນີ້.

ຂ່າວ: ຈັນດອນ

ພາບ: ແສງອາລຸນ