*//// *//// ສົມໂພດຫໍຫຼັກເມືອງນະຄອນປາກເຊ ແລະ ເຖຣາພິເສກພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ – Vte9 *//// *////

ສົມໂພດຫໍຫຼັກເມືອງນະຄອນປາກເຊ ແລະ ເຖຣາພິເສກພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ

ແບ່ງປັນຂ່າວນີ້

ຫໍຫຼັກເມືອງນະຄອນປາກເຊ ພາຍຫຼັງສ້າງສຳເລັດ ແລະ ໄດ້ມີພິທີມອບ-ຮັບຢ່າງເປັນທາງການໃນຕົ້ນປີ, ເຊິ່ງຫຼ້າສຸດ ກໍໄດ້ມີງານສົມໂພດ ພ້ອມກັບ ເຖຣາພິເສກ ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ໂອກາດສະຫຼອງການສ້າງຕັ້ງນະຄອນປາກເຊຄົບຮອບ 4 ປີ

ງານສົມໂພດຫໍຫຼັກ ເມືອງນະຄອນປາກເຊ, ແຂວງຈຳປາສັກ ໄດ້ເລີ່ມມີການກະກຽມມາແຕ່ວັນທີ 29 ພຶດສະພາ 2022, ກົງກັບມື້ແຮມ 14 ຄ່ຳ ເດືອນ 6 ລາວ ພສ 2565, ໂດຍມີຂະບວນແຫ່ເສົາສຸວັນນະມະນີ ສີລາຈາລຶກ, ສີລາຫຼັກເມືອງ, ພະພຸດທະຮູບ 4 ອົງ, ລວມທັງຜົນງານນະຄອນປາກເຊ ໄລ ຍະ 4 ປີ ຕາມເສັ້ນທາງຫຼັກຂອງເມືອງ, ຈາກນັ້ນ ວັນທີ 30 ພຶດສະພາ ເປັນມື້ຕັ້ງກອງບຸນ 9 ກອງ, ກອງອັດຖະ 8 ກອງ, ກອງຫົດ 1 ກອງ, ພ້ອມນັ້ນ ຕົກມາໃນວັນທີ 31 ພຶດສະພາ 2022 ຕອນເຊົ້າຈະມີການນຳແຂວງ, ພ້ອມ 108 ອົງ ແລະ ໃນວັນດຽວກັນນີ້ ຍັງຈະມີພິທີເຖຣາພິເສກ ຫົດສົງພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ຄະນະບໍລິຫານງານປະຈຳສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປລາວ, ອົງຊ່ວຍປະທານສູນກາງລົງເລີກວຽກງານ ອພສ ບັນດາແຂວງພາກໃຕ້, ປະທານ ອພສ ແຂວງຈຳປາສັກ, ກ່ອນຈະກ້າວເຂົາສູ່ພິທີສົມໂພດ ຫໍຫຼັກເມືອງນະຄອນປາກເຊ

ຂໍ້ມູນຍັງໃຫ້ຮູ້ອີກວ່າ: ການກໍ່ສ້າງຫໍຫຼັກເມືອງແຫ່ງນີ້ ໄດ້ເລີ່ມດຳເນີນການກໍ່ສ້າງມາເບື້ອງຕົ້ນໃນປີ 2014-2015 (ໄລຍະທີ 1) ແລະ ສືບຕໍ່ກໍ່ສ້າງ 2018-2021 (ໄລຍະ 2) ຊຶ່ງດຳເນີນໂດຍ ບໍລິສັດ 3S ພັດທະນາ, ພາຍໃຕ້ການຊີ້ນຳຂອງຄະນະຮັບຜິດຊອບຄຸ້ມຄອງພັດທະນາຫໍຫຼັກເມືອງ ແຂວງຈຳປາສັກ, ທີ່ປະກອບດ້ວຍຄະນະຊີ້ນຳລວມ ໂດຍມີທ່ານເລຂາພັກແຂວງ-ເຈົ້າແຂວງເປັນປະທານ; ຄະນະຮັບ ຜິດຊອບໂຄງການພາຍໃຕ້ການເປັນປະທານຂອງຮອງເຈົ້າແຂວງ, ອົງການແນວລາວສ້າງຊາດແຂວງ, ອົງການພຸດທະສາດສະໜາສຳພັນລາວ ແຂວງ ແລະ ປົກຄອງນະຄອນປາກເຊ. ການກໍ່ສ້າງຫໍຫຼັກເມືອງນະຄອນປາກເຊ ແມ່ນຜົນສຳເລັດໜຶ່ງທີ່ມີຄວາມໝາຍສໍາຄັນ, ເປັນສັນຍາລັກ, ເອກະລັກທາງດ້ານວັດ ທະນະທຳ, ເປັນບ່ອນສັກກາລະບູຊາ, ສຶກສາອົບຮົມຄົນລຸ້ນໃໝ່ ໃຫ້ຮັບຮູ້ເຖິງປະຫວັດຄວາມເປັນມາໃນການສ້າງຕັ້ງເມືອງ ກໍຄື ນະຄອນປາກເຊ ແຫ່ງນີ້ ທັງເປັນການອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ຂອງຊາວນະຄອນປາກເຊ ແລະ ຊາວແຂວງຈຳປາສັກ