*//// *//// ລັດວິສາຫະກິດການບິນລາວ ກຽມພ້ອມຮອບດ້ານໃນການບໍລິການ ຫຼັງເປີດປະເທດ – Vte9 *//// *////

ລັດວິສາຫະກິດການບິນລາວ ກຽມພ້ອມຮອບດ້ານໃນການບໍລິການ ຫຼັງເປີດປະເທດ

ແບ່ງປັນຂ່າວນີ້

ພາຍຫຼັງທີ່ມີແຈ້ງການເປີດປະເທດ, ລັດວິສາຫະກິດການບິນລາວ ເຊິ່ງເປັນຜູ້ໃຫ້ບໍລິການທາງນ່ານຟ້າ ກໍໄດ້ກຽມພ້ອມຢ່າງຮອບດ້ານໃນການບໍລິການຖ້ຽວບິນແກ່ສັງຄົມ ທັງພາຍໃນ ແລະ ຕ່າງ ປະເທດ ເພື່ອເປັນການຟື້ນຟູເສດຖະກິດຫຼັງໂຄວິດ-19.

ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການລັດວິສາຫະກິດການບິນລາວ ໄດ້ໃຫ້ສຳພາດວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນສິ່ງທ້າທາຍ ແລະ ສົ່ງຜົນກະທົບຕໍ່ເສດທະກິດຫຼາຍດ້ານ ລວມທັງລັດວິສາຫະກິດການບິນລາວ ເຊິ່ງນັບແຕ່ຕົ້ນປີ 2020 ແມ່ນໄດ້ເລີ່ມຢຸດຕິຖ້ຽວບິນ, ແຕ່ພາຍຫຼັງທີ່ລັດຖະບານ ມີແຈ້ງການເປີດປະເທດ ເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາ, ລັດວິສາຫະກິດການບິນລາວ ແມ່ນໄດ້ກຽມພ້ອມໃນການບໍລິການ ໂດຍສະເພາະແມ່ນ ທາງດ້ານຄວາມປອດໄພຂອງເຮືອບິນ, ກວດກາບັນດາລະບົບຕ່າງໆ, ລວມທັງ ການຝຶກອົບຮົມຄືນໃໝ່ໃຫ້ພະນັກງານທຸກຂະແໜງການທີ່ກ່ຽວ ຂ້ອງ ນັບແຕ່ຂະແໜງບໍລິການພາກພື້ນດິນ ຈົນເຖິງຂະແໜງການປະຕິບັດຖ້ຽວບິນ. ພ້ອມນີ້ ຍັງຈະເພີ່ມຖ້ຽວບິນ ບາງກອກ-ຫຼວງພະບາງ ຕື່ມອີກ, ສ່ວນຖ້ຽວບິນ ວຽງຈັນ-ຮ່າໂນ້ຍ ແມ່ນເປີດໃຫ້ບໍລິການແລ້ວ ແລະ ສຳລັບ ໂຄງການສົ່ງເສີມລາວທ່ຽວລາວ ກໍຈະສືບຕໍ່ປະຕິບັດຢູ່, ເຊິ່ງວ່າໄລຍະນີ້ແມ່ນຍັງທົບທວນ ຄືນກ່ຽວກັບລາຄາຕົ້ນທຶນ ແລະ ປີ້ໂປຼໂມຊັນຕ່າງໆຄືນໃໝ່

ນອກນີ້ ທ່ານ ຄຳຫຼ້າ ພົມມະວັນ ຍັງເວົ້າຕື່ມວ່າ: ປັດຈຸບັນ ລັດວິສາຫະກິດການບິນລາວ ແມ່ນໄດ້ເປີດຖ້ຽວບິນທັງພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ. ເຊິ່ງພາຍໃນ ແມ່ນໄດ້ເປີດຖ້ຽວບິນຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ສະຫວັນນະເຂດ ແລະ ປາກເຊ. ສ່ວນຕ່າງປະເທດມີຖ້ຽວບິນໄປບາງກອກ 3 ຖ້ຽວຕໍ່ອາທິດ, ຖ້ຽວບິນໄປຮ່າໂນ້ຍ 2 ຖ້ຽວຕໍ່ອາທິດ, ຖ້ຽວບິນໄປອິນຊອນ ສ.ເກົາ ຫຼີ 2 ຖ້ຽວຕໍ່ອາທິດ ແລະ ຖ້ຽວບິນໄປຈີນ 2 ຖ້ຽວຕໍ່ອາທິດ, ນອກນີ້ ຍັງມີຖ້ຽວບິນຮັບເໝົາໂດຍສານ ແລະ ສິນຄ້ານຳອີກ.

ຂ່າວ:ເບັງ

ພາບ: ວິໄລສັກ