*//// *//// ຫວຽດນາມ ຈັດພິທີອັດງານມະຫາກຳກິລາ ຊີເກມ ຄັ້ງທີ31 ຢ່າງຍິ່ງໃຫຍ່  – Vte9 *//// *////

ຫວຽດນາມ ຈັດພິທີອັດງານມະຫາກຳກິລາ ຊີເກມ ຄັ້ງທີ31 ຢ່າງຍິ່ງໃຫຍ່ 

ແບ່ງປັນຂ່າວນີ້

ຕາມຂ່າວຈາກ VOVWORLD, ໃນຕອນຄ່ຳ ວັນທີ 23 ພຶດສະພາ ນີ້,ຫວຽດນາມ ໄດ້ຈັດພິທີ ອັດງານ ມະຫາກຳ ກິລາ ຊີເກມ ຄັ້ງທີ31 ( SEA Games 31) ຢ່າງຍິ່ງໃຫຍ່ ຢູ່ຫໍແລ່ນ ແລະ ລານໃນຮົ່ມ ມິ້ດິ່ງ, ນະຄອນຫລວງ ຮ່າໂນ້ຍ ດ້ວຍຫົວຂໍ້ “ເຕົ້າໂຮມ ເພື່ອສ່ອງແສງສະຫວ່າງ – Gather to shine”, ພິທີອັດ SEA Games 31 ໄດ້ແບ່ງເປັນ 3 ພາກ: ພາກທີ 1 “ຮ່າໂນ້ຍ ຂອງຂ້າພະເຈົ້າ, ຄວາມຮັກ ຂອງເພື່ອນມິດ” ມີສານທີ່ວ່າ: ນະຄອນຫລວງ ຮ່າໂນ້ຍ, ເຂດດິນແດນ ແຫ່ງອະລິຍະທຳ ນັບພັນປີ” ດ້ວຍບັນດາ ບົດເພງ ກ່ຽວກັບ ຮ່າໂນ້ຍ. ພາກທີ 2 “ເຕົ້າໂຮມ” ນີ້ແມ່ນພາກຕົ້ນຕໍ ຂອງພິທີອັດ ເລີ່ມຕົ້ນດ້ວຍພິທີ ເຄົາລົບທຸງ, ການເດີນ ຂະບວນຂອງ 11 ປະເທດ ລວມມີ 40 ປະເພດກິລາ, ກຸ່ມກຳມະການ ແລະ ນັກອາສາສະໝັກ. ພ້ອມກັນນັ້ນ ແມ່ນບັນດາ ຮູບພາບ ໜ້າປະທັບໃຈ ທີ່ສຸດໃນ 12 ວັນ ດຳເນີນການ ແຂ່ງ ຂັນໃນ SEA Games 31. ຖັດຈາກນັ້ນ ແມ່ນບົດກ່າວປາໄສ ສະຫລຸບ ຂອງ ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາແລະ ທ່ອງ ທ່ຽວ ຫວຽດນາມ, ຫົວໜ້າ ຄະນະຈັດຕັ້ງ SEA Games 31; ປະກາດ ອັດ SEA Games 31 ຂອງການນຳ ລັດຖະບານ ແຫ່ງສສ. ຫວຽດນາມ ແລະ ພິທີ ຊັກທຸງລົງ, ມອດທ້ວນໄຟ. ຈຸດພົ້ນເດັ່ນ ໃນລາຍການນີ້ ແມ່ນພິທີ ມອບທຸງ ລະຫວ່າງ ສະຫະພັນ ກິລາ ອາຊີຕາເວັນອອກ ສ່ຽງໃຕ້ ໃຫ້ແກ່ ກຳປູເຈຍ ຈະ ເປັນປະເທດ ເຈົ້າພາບຈັດ SEA Games 32 ໃນເດືອນພຶດສະພາ ປີ 2023, ພ້ອມກັນນັ້ນ ແມ່ນລາຍການ ສະແດງ ສິລະປະຂ່ຳນັບ ຊົມເຊີຍ ຂອງ ປະເທດ ກຳປູເຈຍ, ດ້ວຍວາດພ້ອນ Apsara ເປັນສັນຍາລັກ ຂອງວັດ ທະນະ ທຳ, ຈິດໃຈແລະ ສີສັນ ຂອງຊາວຂະແມ.ນອກຈາກນີ້ ຍັງມີ ພີທີມອບ ໃບ ຍ້ອງຍໍ ໃຫ້ແກ່ ນັກກິລາດີເດັ່ນ 4 ຄົນ ໃນ SEA Games: ຫງວຽນ ຮຸຍຮ່ວາງແລະ Jing Wen Quah (ສິງກະໂປ) ປະເພດກິລາ ລອຍນ້ຳ; ຫງວຽນ ທິແອວັງ ແລະ Joshua Robert Atkinson (ໄທ) ປະເພດ ກິລາແລ່ນ ແລະ ລານ./.

ທິບພະຈັນ:ຮຽບຮຽງ