*//// *//// ມອບ-ຮັບໃນການສະໜັບສະໜູນຈັດງານສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ  – Vte9 *//// *////

ມອບ-ຮັບໃນການສະໜັບສະໜູນຈັດງານສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ 

ແບ່ງປັນຂ່າວນີ້

ໃນວັນທີ  23 ພຶດສະພາ 2022 ທີ່ ຫ້ອງປະຊຸມຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີພີທີ ມອບຮັບ ໃນການສະໜັບສະໜູນ ຈັດງານສະເຫຼີມສະຫຼອງວັນຄວາມປອດໄພ ແລະ ສຸຂະພາບແຮງງານ ໂລກ ເປັນກຽດເຂົ້າຮ່ວມຂອງທ່ານ ອຸດອນ ມະນີບູນ, ຮອງຫົວໜ້າກົມຄຸ້ມຄອງແຮງງານ, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຄະນະບໍລິຫານງານ ສຄອຊ, ຮອງປະທານຄະນະກຳມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ທ່ານ ວິບູນ ສິດທິມໍລະດາ, ຄະນະບໍລິຫານງານ ສຄອຊ, ຮອງປະທານ ຄະນະກຳມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ ພ້ອມດ້ວຍ  ຕາງໜ້າຈາກບໍລິສັດ ເບຍລາວ ຈຳກັດ, ຕາງໜ້າຈາກບໍລິສັດ ບົວລະພາກະສິກຳແລະ ປ່າໄມ້, ຕາງໜ້າຈາກບໍລິສັດ SSI, ຕາງໜ້າຈາກບໍລິສັດລາວເວີນ, ເຂົ້າຮ່ວມມອບຮັບ

   ຈຸດປະສົງແມ່ນເພື່ອມອບຮັບ ການສະໜັບສະໜູນໃນການຈັດງານສະເຫຼີມສະຫຼອງເນື່ອງໃນໂອກາດ ວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ ທີ່ຈະຈັດຂື້ນໃນວັນທີ 25 ພືດສະພາ 2022 ທີ່ໂຮງແຮມຄລາວພາຊ່າ ພາຍໃຕ້ຫົວຂໍ້ ຮ່ວມກັນປະຕິບັດ ເພື່ອສ້າງວັດທະນະທຳຄວາມປອດໄພ ແລະ ສຸຂະພາບແຮງງານ ທີ່ດີ.

ທິບພະຈັນ:ຮຽບຮຽງ