*//// *//// 3 ເດືອນຕົ້ນປີ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ເກັບລາຍຮັບໄດ້ 14 ຕື້ກວ່າກີບ  – Vte9 *//// *////

3 ເດືອນຕົ້ນປີ ດ່ານສາກົນນາເພົ້າ ແຂວງຄຳມ່ວນ ເກັບລາຍຮັບໄດ້ 14 ຕື້ກວ່າກີບ 

ແບ່ງປັນຂ່າວນີ້

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າໄດ້ຮັບຕົວເລກມອບໝາຍຈັດເກັບລາຍຮັບຈຳນວນທັງໝົດ 184,7 ຕື້ກີບ, ເພີ່ຂຶ້ນ 91,4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ ຜ່ານການຈັດຕັ້ງປະຕິບັດໄລຍະ 3 ເດືອນຕົ້ນປີສາມາດຈັດເກັບລາຍຮັບໄດ້ 14,03 ຕື້ກີບ ເທົ່າກັບ 7,60% ຂອງແຜນການປີ ເຊິ່ງລາຍຮັບສ່ວນຫຼາຍແມ່ນໄດ້ຈາກປະເພດນໍ້າມັນເຊື້ອໄຟ, ສິ້ນສ່ວນອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ປະເພດສິນຄ້ານຳເຂົ້າເພື່ອສົ່ງອອກ ແລະ ຄ່າທຳນຽມຕ່າງໆ. ສ່ວນສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ບັນລຸ ແມ່ນເນື່ອງມາຈາກການນຳເຂົ້າປະເພດສິນຄ້າມີລັກສະນະຫຼຸດລົງ, ການນຳເຂົ້າ-ສົ່ງອອກ ຢູ່ປະເທດຕົ້ນທາງ-ປາຍທາງມີຄວາມຫຍຸ້ງຍາກ, ການປະຕິບັດມູນຄ່າແຈ້ງຕາມລາຄາຊື້-ຂາຍຕົວຈິງ ຍັງບໍ່ສາມາດຄຸ້ມຄອງໄດ້ຢ່າງມີປະສິດທິພາບ ລວມໄປເຖິງການກຳນົດວາງແຜນໃນການເກັບລາຍຮັບ ໃນແຕ່ລະໄລຍະ, ແຕ່ລະເດືອນບໍ່ເປັນໄປຕາມເປົ້າໝາຍທີ່ຄາດຄະເນໄວ້ຍ້ອນການປ່ຽນແປງຂອງຜູ້ນຳເຂົ້າ-ສົ່ງອອກ ແລະ ສະພາບແວດລ້ອມໃນຕົວ ແລະ ນອກຕົວ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບບັນລຸຕາມລະດັບ ຄາດໝາຍ ດ່ານພາສີສາກົນນາເພົ້າໄດ້ວາງມາດຕະການ ແລະ ວຽກງານຈຸດສຸມໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນເພີ່ມທະວີການເອົາໃຈໃສ່ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ອ້າຍນ້ອງພະນັກງານ, ຖືເອົາການເກັບລາຍຮັບ ເປັນໜ້າທີ່ການເມືອງຕົ້ນຕໍຕິດພັນການການເຄື່ອນໄຫວວຽກງານອື່ນໆ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ ພະນັກງານໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະບຸກຄົນ, ເພີ່ມທະວີການປະຕິບັດໜ້າທີ່ວຽກງານ ວິຊາສະເພາະໃຫ້ເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງລາຍຮັບປະເພດສິນຄ້າທີ່ເປັນຕົ້ນຕໍ, ຕິດຕາມ, ຄຸ້ມຄອງສິນຄ້າ ທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ເພື່ອຫຼີກລ້ຽງຊ່ອງຫວ່າງໃນການນຳໃຊ້ທີ່ບໍ່ຖືກເປົ້າໝາຍ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ ຫຼຸດຜ່ອນຂັ້ນຂອດທີ່ບໍ່ຈຳເປັນ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຖືກກົດໝາຍ.

ທິບພະຈັນ:ຮຽບຮຽງ