*//// *//// ເກີດໄຟໄໝ້ໂຮງກັ່ນນ້ຳມັນແຫ່ງໃຫຍ່ ຢູ່ ສ.ເກົາຫລີ ເສຍຫາຍຢ່າງໜັກ  – Vte9 *//// *////

ເກີດໄຟໄໝ້ໂຮງກັ່ນນ້ຳມັນແຫ່ງໃຫຍ່ ຢູ່ ສ.ເກົາຫລີ ເສຍຫາຍຢ່າງໜັກ 

ແບ່ງປັນຂ່າວນີ້

ສຳນັກ​ຂ່າວ ​ຢອນ​ຮັບ (Yonhap) ຂອງ ສ.​ເກົາຫລີ,​ເມື່ອ​ບໍ່​ດົນ​ມາ​ນີ້ ​ເຈົ້າໜ້າ​ທີ່ ​ດັບ​ເພີງ ​ເມືອງ​ອຸລຊານ ທາງ​ຕາ​ເວັນ​ອອກ ​ສ່ຽງ​ໃຕ້ ​ຂອງ ສ.​ເກົາຫລີ ​ແຈ້ງວ່າ:​ເກີດ​ໄຟ​ໄໝ້ ​ໂຮງ​ກັ່ນ​ ນ້ຳມັນ ​ແຫ່ງ​ໃຫຍ່​ ໃນ​ປະ​ເທດ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ ຢ່າງ​ໜ້ອຍ 1ຄົນ ​ແລະ ບາດ​ເຈັບ​ ອີກ 9ຄົນ ​ໄດ້​ນຳ​ສົ່ງ​ໄປ ​ໂຮງໝໍ​ແລ້ວ ຫລັງ​ຈາກ ​ຜູ້​ຮັບ​ເໝົາ ທັງ​ໝົດ 10ຄົນ ພວມ​ສ້ອມ​ແປງ ທໍ່​ໃນ​ໂຮງ​ກັ່ນ​ ນ້ຳມັນ Onsan ຂອງ S-Oilຊຶ່ງ​ເປັນ​ໂຮງກັ່ນ ​ແຫ່ງ​ໃຫຍ່​ ອັນ​ດັບ 3 ຂອງ​ປະ​ເທດ.ຂະນະ​ ເກີດ​ເຫດ ມີ​ຄົນ​ງານ ​ເຮັດ​ວຽກ​ ຢູ່​ທັງ​ໝົດ 26ຄົນ ​ໃນ​ນີ້ 14ຄົນ ​ເປັນ​ພະນັກງານ ບໍລິສັດS-Oil, ເຊິ່ງມີ Saudi Aramco ເປັນຫຸ້ນສ່ວນໃຫຍ່.​ໂຮງ​ກັ່ນ​ ນ້ຳມັນ​ ແຫ່ງ​ນີ້ ມີ​ກຳລັງ​ ການ​ຜະລິດ 669.000 ຖັງ​ຕໍ່​ວັນ ຢູ່​ຫ່າງ​ຈາກ ນະຄອນຫລວງ​ເຊ​ອຸນ ​ໄປ​ທາງ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້ 380 ກິ​ໂລ​ແມັດ.ປັດຈຸບັນ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ພວມ​ສືບສວນ ​ສອບ​ສວນ ຫາ​ສາ​ເຫດ​ ທີ່​ເກີດ​ຂຶ້ນ ​ໃນ​ຄັ້ງນີ້./. (ພາບຂ່າວ: ຕ່າງປະ​ເທດ)

ທິບພະຈັນ:ຮຽບຮຽງ