*//// *//// ຮອງນາຍົກ ເນັ້ນຫຼາຍບັນຫາ ຕໍ່ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ນວ – Vte9 *//// *////

ຮອງນາຍົກ ເນັ້ນຫຼາຍບັນຫາ ຕໍ່ຄະນະກໍາມະການຕ້ານການຄ້າມະນຸດຂັ້ນແຂວງ, ນວ

ແບ່ງປັນຂ່າວນີ້

ໃນໂອກາດທີ່ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021, ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ສຶບຕໍ່ປັບປຸງ ສ້າງຄວາມຮັບຮູ້ຄວາມເຂົ້າໃຈຂອງຜູ້ຊີ້ນໍາ-ນໍາພາແຕ່ລະຂັ້ນ ເພື່ອນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ເປັນຕົ້ນຕໍ່ກັບການສະກັດກັ້ນ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ແລະ ຕ້ານການຄ້າມະນຸດຕະຫຼອດຮອດການດໍາເນີນຄະດີຕໍ່ຜູ້ຄ້າມະນຸດ ຢ່າງເອົາຈີງເອົາຈັງ ທັງຮັບປະກັນແນວທາງ ແລະ ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ.

ເອົາໃຈໃສ່ເພີ່ມທະວີການໂຄສະນາປູກຈິດສໍານຶກ ກ່ຽວກັບຄວາມສໍາຄັນ ແລະ ຜົນຮ້າຍຂອງການຄ້າມະນຸດ ທັງລວງກວ້າງ ແລະ ເລິກ ໃຫ້ທົ່ວສັງຄົມ ເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ, ສຸມໃສ່ປ້ອງກັນ, ສະກັດກັ້ນ ແລະ ດຳເນີນຄະດີ ທັງຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ບັນຫາ ໂສເພນີ, ທຳອານາຈານ, ມິດສະຈານເດັກ ແລະ ອື່ນໆ, ເອົາໃຈໃສ່ໃນການເຮັດວຽກງານປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ທັນເວລາ ແລະ ຊ່ວຍເຫຼືອອັນຈໍາເປັນໃນເວລາມາພັກເຊົາຢູ່ສູນ ເພື່ອບໍາບັດພຶ້ນຟູຈິດໃຈກ່ອນນໍາສົ່ງຄືນສູ່ຄອບຄົວ ແລະ ສັງຄົມ, ເພີ່ມທະວີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອການຄຸ້ມຄອງ ແລະ ແກ້ໄຂບັນຫາຄົນລາວ ແຕ່ງດອງ ກັບຄົນຕ່າງປະເທດແບບບໍ່ຖືກຕ້ອງ ແລະ ການໄປອອກແຮງງານຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງ, ການໃຫ້ຖືພາບໍ່ຖືກຕ້ອງ ແລະ ອື່ນໆ.

ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຄ້າມະນຸດ, ເພີ່ມທະວີການເຮັດ ວຽກງານປະສານ ສົມທົບກັນ ໃຫ້ແໜ້ນແຟ້ນ ລະຫວ່າງ ຄະນະກຳມະການ ຕ້ານການຄ້າມະນຸດ ຂັ້ນ ສູນກາງ ແລະ ທ້ອງຖິ່ນ ໂດຍ ສະເພາະປະຕິບັດລະບອບສ່ອງແສງ, ລາຍງານ ກ່ຽວກັບການເຄື່ອນໄຫວວຽກງານຕ້ານການຄ້າມະນຸດທີ່ກ່ຽວຂ້ອງກັບຂະແໜງການຕົນໃຫ້ເປັນປົກກະຕິ, ເອົາໃຈໃສ່ວຽກງານພົວພັນຮ່ວມມືກັບຕ່າງປະເທດຢ່າງເປັນປົກກະຕິ ສ້າງໄດ້ການພົວພັນຮ່ວມມືຢ່າງສະໜິດແໜ້ນກັບບັນດາປະເທດເພື່ອນມິດຢຸດທະສາດ ດ້ວຍຮູບການຮ່ວມມືສອງຝ່າຍ, ທັງຮູບແບບການຮ່ວມມືສາມຝ່າຍ, ພົວພັນຮ່ວມມືຫຼາຍຝ່າຍ, ຮ່ວມມືກັບບັນດາປະເທດອາຊຽນ ແລະ ພົວພັນກັບອົງການຈັດຕັ້ງສາກົນອື່ນໆ ເພື່ອຮັບປະກັນການເຄື່ອນໄຫວວຽກງານການຄ້າມະນຸດຂ້າມຊາດ ແລະ ເພື່ອຕັດວົງຈອນເຄືອຂ່າຍການຄ້າມະນຸດໃຫ້ນັບມື້ນັບຖອຍລົງ.  

ຂ່າວ: ທິບພະຈັນ ພາບ: ວິໄລສັກ