*//// *//// ສປປລາວ ສົ່ງ 29 ປະເພດກີລາ ເຂົ້າຮ່ວມແຂ່ງຂັນໃນຊີເກມ ຄັ້ງທີ 31 – Vte9 *//// *////

ສປປລາວ ສົ່ງ 29 ປະເພດກີລາ ເຂົ້າຮ່ວມແຂ່ງຂັນໃນຊີເກມ ຄັ້ງທີ 31

ແບ່ງປັນຂ່າວນີ້

ກະຊວງສຶກສາທິການ ແລະ ກີລາ ໄດ້ມີການຖະແຫຼງຂ່າວ ກ່ຽວກັບການກຽມຄວາມພ້ອມຂອງຄະນະນັກກີລາລາວ ທີ່ຈະເຂົ້າຮ່ວມແຂ່ງຂັນກີລາ ຊີເກມ ຄັ້ງທີ 31 ຢູ່ປະເທດຫວດນາມ, ໃນນີ້ ສປປລາວ ເຮົາ ສົ່ງໄດ້ປະເພດກີລາເຂົ້າຮ່ວມແຂ່ງຂັນ ທັງໝົດ 29 ປະເພດກີລາ

ໃນວັນທີ 4 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີການຖະແຫຼງຂ່າວ ກ່ຽວກັບການກະກຽມຄວາມພ້ອມຂອງຄະນະກີລາລາວ ເພື່ອເຂົົ້າຮ່ວມແຂ່ງຂັນກີລາ ຊີເກມ ຄັ້ງທີ 31 ຢູ່ປະເທດ ສສ ຫວຽດນາມ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທີການ ແລະ ກີລາ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ໄດ້ຖະແຫຼງກ່ຽວກັບການຈັດສົ່ງປະເພດກີລາເຂົ້າຮ່ວມໃນການແຂ່ງຂັນກີລາຊີເກມ ຄັ້ງທີ 31 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022 ຢູ່ປະເທດ ສສ ຫວຽດນາມ, ທັງໝົດມີ 29 ປະເພດກີລາ, ໃນນັ້ນ ກີລາທີ່ນໍາໃຊ້ງົບປະມານຂອງລັດຖະບານຮອບດ້ານ ປະກອບມີ 18 ປະເພດກີລາເປັນຕົ້ນ ເປຕັງ, ບີລຽດ-ສະນຸກເກີ້, ຄິກບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄັວນໂດ, ມວຍສາກົນ, ກະຕໍໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປ້ຳ, ຍິງທະນູ, ແລ່ນ-ລານ, ຍົກນ້ຳໜັກ, ໂວວີນາມ ແລະ ກີລາລອຍນໍ້າ, ສ່ວນປະເພດກີລາທີ່ກຸ້ມຕົນເອງດ້ານງົບປະມານຮັບໃຊ້ ທີ່ບໍໍ່ໄດ້ໃຊ້ງົບປະມານຂອງລັດ ປະກອບມີ 8 ປະເພດເຊັ່ນ: ກີລາບານເຕະຍິງ-ຊາຍ, ກີລາດອກປີກໄກ່, ເທັນນິດ, ບານສົ່ງຫາດຊາຍ, ກ໋ອຟ, ຍີມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດ້ນສະປອດ, ເຊິ່ງແຕ່ລະປະເພດກີລາ ແມ່ນໄດ້ຈັດສັນການຝຶກຊ້ອມກ່ອນການແຂ່ງຂັນຢູ່ສູນຝຶກກີລາແຫ່ງຊາດ, ສະຖາບັນກີລາ-ກາຍຍະກໍາແຫ່ງຊາດ ມີ 8 ປະເພດ, ເຂດສະໜາມກີລາເຈົົ້າອານຸວົງ 9 ປະເພດ, ມະຫາ ວິທະ ຍາໄລແຫ່ງຊາດ 3 ປະເພດ, ກີລາກອງທັບຫຼັກ 5 ມີ 4 ປະເພດ, ເຂດເມືອງໄຊເສດຖາ 5 ປະພດ, ສະໜາມກິລາແຫ່ງຊາດຫຼັກ 16 ມີ 1 ປະເພດກີລາ ແລະ ເມືອງຫາດຊາຍຟອງ 2 ປະເພດ, ນອກນັ້ນ ຍັງມີນັກກີລາທີື່ຝຶກຊ້ອມຢູ່ຕ່າງປະ ເທດ ມີລົດຖີບ, ຄິກບອ໋ກຊິງ ຊ້ອມຢູ່ປະເທດຝຣັ່ງ, ກີລາ ຢູໂດ ຊ້ອມຢູ່ປະເທດຍີ່ປຸ່ນ ແລະ ຍີມນາສຕິກ ແມ່ນຝຶກຊ້ອມຢູ່ປະເທດໄທ.

ການຈັດສົ່ງນັກກີລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະນໍາ ແລະ ຄູຝຶກ ຈົ່ງເພີ່ມທະວີຄວາມຮັບຜິດຊອບຝຶກແອບນັກກີລາຢ່າງໃກ້ຊິດ ສ້າງທຸກເງື່ອນໄຂຝຶກຊ້ອມກ່ອນການແຂ່ງ ຂັນໃຫ້ມີປະສິດທິຜົນ, ຮັກສາລະບຽບວິໄນ ພ້ອມຖືສຳຄັນນໍ້າໃຈເປັນນັກກີລາທີ່ດີໃນການແຂ່ງຂັນ, ເອົາວຽກງານກີລາ ເປັນການເສີມສ້າງຄວາມສາມັກຄີຮັກແພງ ລະຫວ່າງ ນັກກີລາ ເພື່ອສະແດງໃຫ້ປະເທດເພື່ອນບ້ານໄດ້ຮັບຮູ້ ແລະ ເຂົ້າ ໃຈວັດທະນະທໍາອັນດີງາມຂອງຊາດລາວເຮົາ ພ້ອມນັ້ນ ທ່ານຍັງໄດ້ມອບເງິນສະໜັບສະໜູນໃນເບື້ອງຕົ້ນ ໃຫ້ກັບທັບນັກກີລາທີ່ເຂົ້າຮ່ວມການແຂ່ງຂັນຕື່ມອີກ 1 ຮ້ອຍລ້ານກີບ ແລະ ຍັງມີອີກ 16 ພາກສ່ວນ ທີ່ໃຫ້ການຊຸກຍູ້ດ້ານອຸປະ ກອນກີລາແກ່ນັກກີລາຕື່ມອີກ.
ຂ່າວ: ເດດອຸດົມ

ພາບ: ແສງອາລຸນ