*//// *//// ອຸດົມໄຊ ສຸມໃສ່ວຽກບໍລິການ ກຽມພ້ອມຮອງຮັບແຂກທີ່ຈະເຂົ້າມາທ່ຽວຊົມ  – Vte9 *//// *////

ອຸດົມໄຊ ສຸມໃສ່ວຽກບໍລິການ ກຽມພ້ອມຮອງຮັບແຂກທີ່ຈະເຂົ້າມາທ່ຽວຊົມ 

ແບ່ງປັນຂ່າວນີ້

ເມື່ອບໍ່ດົນມານີ້ ພາກທຸກລະກິດແຂວງອຸດົມໄຊ ໄດ້ທຸມເງິນຈຳນວນຫຼາຍ ເພື່ອສ້າງໂຮງແຮມ ແລະ ການລົງທຶນດັ່ງກ່າວ ແມ່ນສອດຄ່ອງກັບນະໂຍບາຍຂອງພັກ-ລັດ ໃນການສົ່ງການລົງທຶນພາກທຸລະກິດ ແລະ ອີງໃສ່ເງື່ອນໄຂທ່າແຮງຂອງແຂວງ ເປັນແຂວງໃຈກາງ ເປັນທີ່ສົນໃຈໃຫ້ນັກລົງທຶນ ການຄ້າ ແລະ ການທ່ອງທ່ຽວເຂົ້າມາແຂວງ ເປັນຈຳນວນຫຼາຍ ໂຮງແຮມ ຖືເປັນການປະກອບສ່ວນ ແລະ ມີສ່ວນຮ່ວມສະໜອງພ້ອມບໍລິການໃຫ້ແຂກ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ພັກແຮມຢູ່ແຂວງອຸດົມໄຊ ໃຫ້ມີຄວາມພຽງພໍ ຕາມຄວາມຮຽກຮ້ອງຕ້ອງການ ໃນປັດ ຈຸບັນ ກໍຄື ອະນາຄົດ. ໂຮງແຮມທີ່ສ້າງໃໝ່ ແລະ ເປີດໃຫ້ບໍລິການນີ້ ມີຫ້ອງນອນທັງໝົດ 48 ຫ້ອງ, ມີ 60 ຕຽງ ທັງຫ້ອງຕຽງຄູ່, ຫ້ອງ 3 ຕຽງ, ຫ້ອງຕຽງດ່ຽວ ແລະ ຫ້ອງພິເສດ ພາຍໃນສິ່ງອຳນວຍຄວາມສະດວກຄົບຊຸດ, ສາມາດບໍລິການຮອງຮັບແຂກໄດ້ 60 ກວ່າຄົນຕໍ່ຄືນຕໍ່ມື້.

ການລົງທຶນກໍ່ສ້າງໂຮງແຮມ ກໍຖືວ່າ ໄດ້ປະກອບສ່ວນເຂົ້າໃນແຜນການຊຸກຍູ້ສົ່ງເສີມທຸລະກິດດ້ານການທ່ອງທ່ຽວໃຫ້ມີການເຕີບໂຕເທື່ອລະກ້າວ ໃນການສ້າງແຂວງອຸດົມໄຊ ໃຫ້ເປັນໃຈກາງ ທາງດ້ານບໍລິການ ແລະ ການທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃນອະນາຄົດ, ພ້ອມນັ້ນ ອຸດົມໄຊ ຍັງເປັນແຂວງໜຶ່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈເຂົ້າໄປທ່ຽວ ເພາະມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ແລະ ກ່ຽວພັນກັບທຳມະຊາດ, ຊີຖີຊີວີດຂອງປະຊາຊົນລາວບັນດາເຜົ່າພາຍໃນແຂວງອີກດ້ວຍ.