*//// *//// ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກເສບຢາເສບຕິດ 5 ຄົນ ຢູ່ບ້ານນາແຮ່  – Vte9 *//// *////

ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກເສບຢາເສບຕິດ 5 ຄົນ ຢູ່ບ້ານນາແຮ່ 

ແບ່ງປັນຂ່າວນີ້

ປກສ ກຸ່ມສີໄຄ ເມືອງສີໂຄດຕະບອງ ນວ ໄດ້ນຳຕົວໄວລຸ້ນ ທີ່ມີການເຄື່ອນໄຫວພົວພັນຢາເສບຕິດ ປະເພດຄັນຊາ 5 ຄົນ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ມາສຶກສາອົບຮົມ ໃນວັນທີ 2 ເມສາ 2022.

ການນຳຕົວເອົາກຸ່ມຄົນຜູ້ທີ່ຖືກເຄາະຮ້າຍມີຄວາມສ່ຽງມາສຶກສາອົບຮົມຄັ້ງນີ້, ຫົວໜ້າ ປກສ ກຸ່ມສີໄຄ ເນັ່ນໃຫ້ເຫັນຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ຮັບຮູ້, ຜູ້ໃດເສບເຂົ້າໄປແລ້ວຈະມີຜົນກະທົບຢ່າງຮຸນແຮງຕໍ່ຮ່າງກາຍ ແລະ ຈິດປະສາດ ເຮັດໃຫ້ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ມັກໃຊ້ຄວາມຮຸນແຮງ, ຄອບຄົວເກີດຄວາມວຸ້ນວາຍ, ເສຍຊື່ສຽງ, ທໍາລາຍຊີວິດຂອງຕົນ ແລະ ຄົນອື່ນ; ນອກນັ້ນ, ຮຽກຮ້ອງໃຫ້ກຸ່ມເປົ້າໝາຍທີ່ຫຼົງຜິດ ໃຫ້ກັບຕົວກັບໃຈເປັນຄົນດີຂອງພໍ່ແມ່ ແລະ ສັງຄົມ, ພາຍຫຼັງສຶກສາອົບຮົມແລ້ວ ເຈົ້າໜ້າທີ່ ໄດ້ບັນທຶກປະຫວັດການເຄື່ອນໄຫວ, ຂຶ້ນບັນຊີຕິດຕາມ ແລ້ວມອບໃຫ້ຜູ້ປົກຄອງສືບຕໍຄຸມຄອງຕໍໄປ.

ທິບພະຈັນ: ຮຽບຮຽງ