*//// *//// ມັງກອນຂາວ ຂົວແກ້ວ ທີ່ຍາວທີ່ສຸດໃນໂລກ ໃນແຂວງເຊີນລາ ສສ ຫວຽດນາມ – Vte9 *//// *////

ມັງກອນຂາວ ຂົວແກ້ວ ທີ່ຍາວທີ່ສຸດໃນໂລກ ໃນແຂວງເຊີນລາ ສສ ຫວຽດນາມ

ແບ່ງປັນຂ່າວນີ້

ຫວຽດນາມ ເປີດຕົວສະຖານທີ່ທ່ອງທ່ຽວແຫ່ງໃໝ່ໃນແຂວງເຊີນລາ ວັນທີ 29 ເມສາ 2022, ເປັນຂົວແກ້ວ ຍາວທີ່ສຸດໃນໂລກ, ຂົວດັ່ງກ່າວມີຄວາມຍາວທັງໝົດ 600 ແມັດ, ສູງຈາກໜ້າດິນ 150 ແມັດ, ບໍລິສັດຜູ້ສ້າງ ລະບຸວ່າ ຂົວແກ້ວແຫ່ງນີ້ ເປັນຂົວພື້ນປູດ້ວຍແກ້ວ ທີ່ມີຄວາມຍາວທີ່ສຸດໃນໂລກ.

ຂົວດັ່ງກ່າວມີຊື່ວ່າ ມັງກອນຂາວ, ຕັ້ງຢູ່ແຂວງເຊີນລາ ທາງຳາກຕາເວັນຕົກສ່ຽງເໜືອຂອງປະ ເທດ ເປັນຂົວຂ້າມພູເຂົາສູງເຊື່ອມລະຫວ່າງສອງຍອດພູເຂົາ ມີຄວາມຍາວ 632 ແມັດ, ຂະນະທີ່ພື້ນຂອງຂົວເຮັດຈາກແກ້ວນິລະໄພທີ່ຜະລິດໃນປະເທດຝຣັ່ງ ມີຄວາມແຂງແຮງ ແລະ ສາມາດຮອງຮັບນ້ຳໜັກໄດ້ຫຼາຍກວ່າ 450 ຄົນໃນຄັ້ງໜຶ່ງ, ບໍລິສັດເຜີຍວ່າ ຂົວແກ້ວ ມັງກອນຂາວ ເປັນຂົວແກ້ວທີ່ຍາວທີ່ສຸດໃນໂລກ ທຳລາຍສະຖິຕິຂົວແກ້ວໃນມົນທົນກວາງຕຸ້ງ ປະເທດຈີນ ທີ່ມີຄວາມຍາວ 526 ແມັດ

ຫວຽດນາມ ພະຍາຍາມທີ່ຈະດຶງດູດນັກທ່ອງທ່ຽວກັບເຂົ້າສູ່ປະເທດຫຼັງຈາກຕ້ອງປິດປະເທດເປັນເວລາ 2 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ຫຼ້າສຸດ ຫວຽດນາມ ປະກາດຍົກເລິກມາດຕະການກັກຕົວຂອງນັກທ່ອງທ່ຽວຕ່າງປະເທດ ແລະ ເລີ່ມເປີດຮັບນັກທ່ອງທ່ຽວຈາກ 13 ປະເທດ ທີ່ໄດ້ຮັບການຍົກເວັ້ນວີຊ່າແລ້ວ, ໃນຂະນະດຽວກັນ, ຫວຽດນາມກໍກຳລັງກຽມເປີດກີລາຊີເກມໃນອີກ 2 ອາທິດຕໍ່ໜ້ານີ້, ໂດຍຈະມີນັກກີລາ ແລະ ພາກສ່ວນທີ່ກ່ຽວຂ້ອງ 10.000 ຄົນ ຈາກ 10 ປະເທດເດີນທາງເຂົ້າໄປຫວຽດນາມເພື່ອຮ່ວມແຂ່ງຂັນກີລາໃນປະເທດຫວຽດນາມອີກດ້ວຍ.