*//// *//// ສະໜາມບິນສາກົນ ບໍ່ແກ້ວ ສຳເລັດແລ້ວ 75% ຄາດຈະເປີດບໍລິການທ້າຍປີນີ້ – Vte9 *//// *////

ສະໜາມບິນສາກົນ ບໍ່ແກ້ວ ສຳເລັດແລ້ວ 75% ຄາດຈະເປີດບໍລິການທ້າຍປີນີ້

ແບ່ງປັນຂ່າວນີ້

ໂຄງການກໍ່ສ້າງສະໜາມບິນສາກົນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສຳເລັດແລ້ວ 75% ແລະ ຕາມແຜນຄາດວ່າຈະເປີດໃຫ້ບໍການການບິນພາຍໃນກ່ອນ ເດືອນພະຈິກ 2022 ນີ້.

ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເຜີຍໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຕາມແຜນໂຄງ ການນີ້ ຈະໃຫ້ສຳເລັດພາຍໃນ 18 ເດືອນ, ຫຼັງຈາກເລີ່ມລົງມືມາແຕ່ວັນທີ 20 ກັນຍາ 2020, ແຕ່ຍ້ອນມີການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການມີຄວາມຊັກຊ້າ; ມາຮອດປັດຈຸບັນ 3 ໜ້າວຽກຫຼັກ ຄື: ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ (taxi way) ແລະ ລານຈອດ Apron;  ພ້ອມນັ້ນ ຍັງດຳເນີນການແຕ້ມເສັ້ນຈຳນວນໜຶ່ງ ຄືບໜ້າແລ້ວ 80% ແລະ ນັບແຕ່ເດືອນມິຖຸນາ ຫາ ເດືອນຕຸລາ ແມ່ນດຳເນີນການຕິດຕັ້ງວຽກລະບົບ, ສິ່ງອຳນວຍຄວາມສະດວກຕ່າງໆ. ປັດຈຸບັນນີ້ ພວມເລັ່ງການຕິດຕັ້ງລະບົບຈະລາຈອນທາງອາກາດ ໂດຍກຳນົດຈຸດທີ່ຕັ້ງໃຫ້ສຳເລັດ ແລະ ນຳເຂົ້າອຸປະກອນຈຳນວນໜຶ່ງທີ່ຈຳເປັນ ເຊັນ: ວິທະຍຸການບິນ-ການສື່ສານ ຄາດຈະດຳເນີນການຕິດຕັ້ງໃນເດືອນສິງຫາ-ກັນຍາ, ຈາກນັ້ນ ກໍຈະມີການກວດສອບລະບົບ ແລະ ຕາມແຜນເດືອນພະຈິກ ຈະມີການທົດລອງບິນຊົ່ວຄາວ.

ໂຄງການນີ້ ມີມູນຄ່າລົງທຶນ 175 ລ້ານໂດລາສະຫະລັດ ໃນຮູບແບບ BOT, ເນື້ອທີ່ປະມານ 300 ເຮັກຕາ ໂດຍແມ່ນທຶນຂອງບໍລິສັດເກຣເຕີເບ ເປັນບໍລິສັດທີ່ນອນຢູ່ໃນກຸ່ມບໍລິສັດດອກງິ້ວຄຳ ມີໄລຍະການສຳປະທານ 50 ປີ, ອອກແບບພາຍໃຕ້ມາດຕະຖານ CODE:4C, ຄວາມຍາວຂອງທາງແລ່ນຂຶ້ນ-ລົງ ຫຼື Runway= 2.500×45 m ສາມາດຮອງຮັບເຮືອບິນຂະໜາດ Boeing 737ER, Airbus A320/A321 ຫຼື ເຮືອບິນທີ່ມີຂະໜາດບໍ່ເກີນ 200 ບ່ອນນັ່ງ, ສ່ວນອາຄານຜູ້ Passenger Terminal ຖືກອອກແບບສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ ແລະ ຄາດຈະຮອງຮັບຜູ້ໂດຍສານໄດ້ສູງສຸດ 1,5-2 ລ້ານຄົນ/ປີ, ເມື່ອເປີດໃຫ້ບໍລິການຢ່າງເຕັມຮູບແບບ.

ສະໜາມບິນສາກົນບໍ່ແກ້ວ ແມ່ນເພື່ອພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ທັງອຳນວຍຄວາມສະດວກໃນການລົງທຶນ, ການທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດ ໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.

ທີ່ມາ: ຂ່າວສານປະເທດລາວ