*//// *//// ຍົກລະດັບວຽກງານວິຊາສະເພາະ ໃຫ້ກໍາລັງ ປກຊ-ປກສ ບ້ານຊໍາເກດ – Vte9 *//// *////

ຍົກລະດັບວຽກງານວິຊາສະເພາະ ໃຫ້ກໍາລັງ ປກຊ-ປກສ ບ້ານຊໍາເກດ

ແບ່ງປັນຂ່າວນີ້

ພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສົມທົບກັບ ພະແນກສັນຕິບານ, ພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງ ແລະ ປກສ ກຸ່ມ 7 ໜອງບຶກ ໄດ້ຈັດຝຶກອົບຮົມພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ ກຳລັງ ປກຊ-ປກສ ບ້ານຊຳເກດ

ພິທີດັ່ງກ່າວຈັດຂື້ນໃນ ວັນທີ 22 ເມສາ 2022, ໂດຍການເຂົ້າຮ່ວມຂອງ ພັທ ວຽງມະນີ ແກ້ວມະນີ ຫົວໜ້າ ປກສ ກຸ່ມໜອງບຶກ, ພັທ ວຽງສະໄຫວ ພິມມະເສນ ຫົວໜ້າພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງສີໂຄດຕະບອງ, ມີປກຊ-ປກສ ບ້ານຊຳເກດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນແນະນໍາ 8 ເອກະສານ ເພື່ອເປັນຂໍ້ມູນໃຫ້ກໍາລັງ ປກຊ-ປກສ ໃນການປະຕິບັດ ເຊິ່ງປະກອບມີ: ເອກະສານເລກທີ 514 ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ປກສ ບ້ານ, ກົດໝາຍຄອບຄົວ, ການຄຸ້ມຄອງສຳມະໂນຄົວ ແລະ ຄຸ້ມຄອງອາຊີບພິເສດ, ຄຸ້ມຄອງຄົນຕ່າງປະເທດ ທີ່ດໍາລົງຊີວິດ ປະກອບອາຊີບ ໃນ ສປປ ລາວ, ການແຕ່ງດອງລະຫວ່າງຄົນລາວກັບຄົນຕ່າງປະເທດ ແລະ ວາລະແຫ່ງຊາດກົດໝາຍບາງມາດຕາ, ກົດໝາຍຄຸ້ມຄອງເປົ້າໝາຍ, ວິທີການເອົາຄຳໃຫ້ການເບື້ອງຕົ້ນ ແລະ ປ້ອງກັນສະຖານທີ່ເກີດເຫດ.

ພັທ ວຽງມະນີ ແກ້ວມະນີ ໄດ້ກ່າວເນັ້ນບາງວຽກໃຫ້ ປກສ ບ້ານຊໍາເກດ ສຸມໃສ່ກໍາແໜ້ນສິດ, ພາລະບົດບາດຂອງຕົນ ນໍາເອົາບົດຮຽນ, ເອກະສານການຝຶກອົບຮົມຄັ້ງນີ້ ນໍາໄປຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນພາຍໃນບ້ານ ໂຄສະນາຜົນຮ້າຍຄວາມເປັນອັນຕະລາຍຂອງຢາເສບຕິດ ໃຫ້ຮູ້ຜົນຮ້າຍຂອງຢາເສບຕິດໃຫ້ມີສ່ວນຮ່ວມສຶກສາອົບຮົມລູກຫຼານຂອງຕົນເອງ.

ທິບພະຈັນ: ຮຽບຮຽງ