*//// *//// ລາວ ຈັດກິດຈະກຳສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ ຄົບຮອບ 22 ປີ  – Vte9 *//// *////

ລາວ ຈັດກິດຈະກຳສະຫຼອງ ວັນຊັບສິນທາງປັນຍາໂລກ 26 ເມສາ ຄົບຮອບ 22 ປີ 

ແບ່ງປັນຂ່າວນີ້

ການສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຈັດຂຶ້ນໃນວັນທີ 26 ເມສາ 2022 ທີ່ ມະຫາ ວິທະຍາໄລແຫ່ງຊາດລາວ ພາຍໃຕ້ຄຳຂວັນ “ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະ ນາຄົດທີ່ດີກວ່າ” ໃນວະລະຄົບຮອບ 22 ປີ.

ເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນປະຕູຊຸກຍູ້ໃຫ້ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວ ຄິດປະດິດແຕ່ງທາງດ້ານສິນລະປະກຳ ແລະ ວັນນະກຳ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ ລວມທັງ ການປັບປຸງພັນພຶດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ, ສ້າງຜົນງານທາງດ້ານວິທະຍາສາດ ແລະ ກນສົ່ງເສີມຜະລິດຕະພັນຖິ່ນກຳ ເນີດ, ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ້ງເດີມ.

ພ້ອມທັງ ເປັນການຍົກໃຫ້ເຫັນບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ລວງຂອງໄວໜຸ່ມ ໂດຍສະເພາະ ໄວທີ່ພວມສຶກສາຮ່ຳຮຽນ ໃນຍຸກຂອງເສດຖະກິດດີຈີຕອນ ເນື່ອງຈາກ ປັດຈຸບັນ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ສາມາດເຕົ້າໂຮມແຫຼ່ງລວມຂອງສະ ຕິປັນຍາ ແລະ ຄວາມຄິດສ້າງສັນ, ມູນມອງໃໝ່, ການຮຽນຮູ້ ແລະ ກ້າທົດລອງປະດິດສ້າງສິ່ງໃໝ່ໆກ້າວໄປສູ່ການສ້າງນະວັດຕະກຳໃໝ່ໃຫ້ຫຼາຍຂຶ້ນ.

ງານມະຫາກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການວາງສະແດງຜົນງານ ແລະ ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ, ການສ້າງຍີ່ຫໍ້, ການອອກແບບສິນຄ້າ ລວມທັງ ການບໍລິການຂອງລາວສູ່ຕະຫຼາດ ແລະ ເປັນເວທີແລກ ປ່ຽນຄວາມຮູ້ເພື່ອສ້າງຄວາມເຂົ້າໃຈ ໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງຂອງປະເທດ.