*//// *//// ມັນສາຄູ ພືດເສດຖະກິດ ທີ່ກຳລັງມີການສົ່ງເສີມປະຊາຊົນປູກເປັນສິນຄ້າຢູ່ເມືອງຊ່ອນ – Vte9 *//// *////

ມັນສາຄູ ພືດເສດຖະກິດ ທີ່ກຳລັງມີການສົ່ງເສີມປະຊາຊົນປູກເປັນສິນຄ້າຢູ່ເມືອງຊ່ອນ

ແບ່ງປັນຂ່າວນີ້

ປະຊາຊົນ ບ້ານຊ່ອນໃຕ້ ເມືອງຊ່ອນ ແຂວງຫົວພັນ ໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ມີການປູກມັນສາຄູ ເພື່ອເປັນສິນຄ້າສົ່ງອອກ

ທ່ານ ພູວຽງ ປະຊາຊົນບ້ານຊ່ອນໃຕ້ ເວົ້າວ່າ: ປີ 2021 ທີ່ຜ່ານມາ ຄອບຄົວໄດ້ປູກມັນສາຄູ ໃສ່ເນື້ອທີ່ 1 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ 28 ໂຕນ ຄິດເປັນເງິນ 14 ລ້ານກີບ, ມັນສາຄູເປັນພືດທີ່ປູກງ່າຍໃຫຍ່ໄວ, ເສຍຫຍ້າຄັ້ງດຽວ ທີ່ສຳຄັນໃຫ້ຜົນຜະລິດສູງ ໃຊ້ເວລາປູກ 10-11 ເດືອນ ກໍສາ ມາດເກັບກູ້ໄດ້ແລ້ວ ສ່ວນຕະຫຼາດຈຳໜ່າຍແມ່ນມີພໍ່ຄ້າມາເກັບຊື້ກັບສວນ ຂາຍໃນລາຄາ 500 ກີບຕໍ່ໜຶ່ງກິໂລ. ສຳລັບ ປີນີ້ກໍໄດ້ປູກໃສ່ເນື້ອທີ່ບ່ອນເກົ່າ ຄາດວ່າຈະສາມາດເກັບກູ້ຜົນຜະລິດໄດ້ 28-30 ໂຕນ, ນອກນີ້ ຄອບຄົວຍັງປູກຖົ່ວຂຽວ ປະສົມປະສານສະລັບໃສ່ມັນສາຄູ ເພື່ອບຳລຸງດິນ ແລະ ທັງເປັນການສ້າງລາຍຮັບເສີມເຂົ້າຄອບຄົວ ແລະ ຖົ່ວຂຽວຂາຍໃນລາຄາກິໂລລະ 10 ພັນກີບ ແລະ ຄາດວ່າຈະເກັບຖົ່ວຂຽວໃນປີນີ້ໄດ້ 0,8 ໂຕນ.

ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ໃຫ້ຮູ້ວ່າ: ຕາມແຜນໃນປີ 2022 ນີ້ ເມືອງຊ່ອນ ຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ ບໍ່ໃຫ້ຫຼຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບແກ່ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂຶ້ນໄປ ນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນ ໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກ.