*//// *//// ເຊກອງ ເກັບລາຍຮັບຈາກການສະສາງລົດນໍາເຂົ້າບໍ່ຖືກຕ້ອງ-ໃຊ້ບໍ່ຖືກເປົ້າໝາຍໄດ້ 3,5 ຕື້ກວ່າກີບ  – Vte9 *//// *////

ເຊກອງ ເກັບລາຍຮັບຈາກການສະສາງລົດນໍາເຂົ້າບໍ່ຖືກຕ້ອງ-ໃຊ້ບໍ່ຖືກເປົ້າໝາຍໄດ້ 3,5 ຕື້ກວ່າກີບ 

ແບ່ງປັນຂ່າວນີ້

ພາສີ ປະຈຳແຂວງເຊກອງ ສາມາດສະສາງໄດ້ 215 ຄັນຈາກການຂຶ້ນບັນຊີພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍທັງໝົດ 367 ຄັນ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 3,5 ຕື້ກວ່າກີບ, ຄາດສ່ວນທີ່ເຫຼືອໃຫ້ສຳເລັດໃນເດືອນມິຖຸນາທີ່ຈະມາເຖິງນີ້.

ທ່ານ ແກ້ວອໍາພອນ ແສງນວນຈັນ ຫົວໜ້າພາສີປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ພາຍຫຼັງ ປະຕິ ບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ,ການຕົກລົງຂອງ ເຈົ້າແຂວງໆເຊກອງ ໃຫ້ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍພາສີ ໄດ້ເລີ່ມປະຕິບັດແຕ່ກາງເດືອນພະຈິກ 2021 ມາຮອດວັນທີ 31 ມີນາ 2022 ມີການຂຶ້ນບັນຊີລົດທັງໝົດ367 ຄັນ. ໃນນີ້, ລົດໃຫຍ່ 176 ຄັນ ແລະ ລົດຈັກ 191 ຄັນ, ສາມາດສະສາງໄດ້ 215 ຄັນ. ໃນນີ້, ລົດໃຫຍ່ 143 ຄັນ, ລົດຈັກ 72 ຄັນ ແລະ ເກັບຄ່າພາສີ-ອາກອນໄດ້ 3,57 ຕື້ກວ່າກີບ, ແລະ ຄາດວ່າພາຍໃນເດືອນເມສາ ຫາ ເດືອນມິຖຸນາ, ຄະນະກໍາມະການຮັບຜິດຊອບ ຈະເລັ່ງແກ້ໄຂບັນຫາການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງ ໃນໄລຍະຜ່ານມາໃຫ້ຂາດຕົວ.

ຂໍ້ມູນ: ຂ່າວກະຊວງການເງິນ