*//// *//// ຄຕມຊ ສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 – Vte9 *//// *////

ຄຕມຊ ສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021

ແບ່ງປັນຂ່າວນີ້

ກອງປະຊຸມຈັດຂື້ນໃນວັນທີ 18 ກຸມພາ 2022, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ    (ICTC), ໂດຍການເປັນປະທານຂອງທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ, ມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ ), ມີຄະນະກໍາມະການຂັ້ນແຂວງ, ນະຄອນຫຼວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ໄດ້ສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 1 ປີ ຜ່ານມາ ເອົາໃຈໃສ່ໃນການເຜີຍແຜ່ແນວທາງຂອງພັກ-ລັດ, ບັນດານິຕິກໍາ, ກົດໝາຍ, ລະບຽບການ, ສົນທິສັນຍາ, ການເຜີຍແຜ່ຂໍ້ມູນຂ່າວສານ, ໄດ້ຄົ້ນຄວ້າ, ປັບປຸງດໍາລັດ, ອອກຂໍ້ຕົກລົງ ແລະ ວາງນະໂຍບາຍ ເພື່ອຕອບຕ້ານບັນຫາການຄ້າມະນຸດ ໂດຍການໂຄສະນາປູກຈິດສໍານຶກກ່ຽວກັບຜົນກະທົບ ແລະ ໄພອັນຕະລາຍຂອງການຄ້າມະນຸດ ໃຫ້ແກ່ພໍ່ແມ່ປະຊາຊົນ, ນັກຮຽນ, ໃນຂອບເຂດທົ່ວປະເທດ ດ້ວຍຫຼາຍຮູບແບບເປັນຕົ້ນໄດ້ແຈກຢາຍໂປສເຕີ, ແຜ່ນພັບ, ສ້າງລະຄອນສັ້ນຕ້ານການຄ້າມະນຸດ, ສະປອດ, ເພງຮ້ອງ ຕິດຕັ້ງປ້າຍທີ່ມີເນື້ອຫາກ່ຽວກັບການຄ້າມະນຸດ, ໄດ້ລະດົມທຶນສ້າງສູນຕ້ອນຮັບຊົ່ວຄາວ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ແຂວງຫຼວງນໍ້າທາ ເຊິ່ງສ້າງສໍາເລັດແລ້ວ 80%, ຈັດຕັ້ງແຂ່ງຂັນຮູບເງົາເລື່ອງສັ້ນ, ຫົວໂຄສະນາ (ສະປ໋ອດ) ແລະ ເພງຮ້ອງ ຕ້ານການຄ້າມະນຸດໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມ, ແຈກຢາຍຄຣິບສຽງ ແລະ ປື້ມແນະນໍາກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຈໍານວນ 7,790 ຫົວ, ສະໜອງປື້ມຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ແກ່ຊວງການຕ່າງປະເທດ ແລະ ສະຫະພັນແມ່ຍິງ 2 ແຂວງ 500 ຫົວ, ຈັດພິມປື້ມອ່ານເສີມ ແລະ ຄູ່ມືແນະນໍາການສອນ ການຕ້ານການຄ້າມະນຸດຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍສະບັບສົມບູນ 110.444 ຫົວ, ດ້ານການດໍາເນີນຄະດີເຈົ້າໜ້າທີ່ຕໍາຫຼວດບັນດາແຂວງໃນຂອບເຂດທົ່ວປະເທດ ແມ່ນໄດ້ແນ່ໃສ່ຈັດຕັ້ງປະຕິບັດຕາມກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ນິຕິກໍາໃຕ້ກົດໝາຍ ແລະ ວຽກງານວິຊາສະເພາະ, ຜ່ານມາ ມີຄະດີເກີດຂຶ້ນ ແລະ ແກ້ໄຂໄດ້ 25 ເລື່ອງ, ສານປະຊາຊົນໄດ້ຕັດສິນແລ້ວ 5 ເລື່ອງ, ໄດ້ໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍທາງດ້ານສະຖານທີ່ພັກເຊົາຊົ່ວຄາວ, ການຊ່ວຍເຫຼືອດ້ານກົດໝາຍ, ດ້ານການແພດ, ການສຶກສາ ແລະ ຝຶກວິຊາຊີບ ແລ້ວສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ.

ສໍາລັບທິດທາງແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ ເຮັດໃຫ້ກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບັນດາຄະນະກໍາມະການ ຕ້ານການຄ້າມະນຸດ ຂັ້ນຕ່າງໆສາມາດເປັນເຈົ້າການໃນການເຮັດວຽກງານຕ້ານການຄ້າມະນຸດ, ເພື່ອເຮັດໃຫ້ສະພາບການຄ້າມະນຸດ ແລະ ຄວາມສ່ຽງທີ່ພາໃຫ້ເກີດການຄ້າມະນຸດຫຼຸດລົງ, ເຮັດໃຫ້ຜູ້ຖືກເຄາະຮ້າຍທີ່ເປັນພົນລະເມືອງລາວ ແລະ ຕ່າງປະເທດຖືກປົກປ້ອງ ແລະ ຊ່ວຍເຫຼືອໃຫ້ມີຄວາມປອດໄພ ແລະ ທັນເວລາສາມາດນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີ ແລະ ຮັບໂທດຕາມລະບຽບກົດໝາຍ.