*//// *//// ອຸບັດຕິເຫດປີໃຫມ່ລາວມື້ທຳອິດຢູ່ນະຄອນຫຼວງວຽງຈັນ  ມີຜູ້ສຍຊີວິດ 6 ຄົນ – Vte9 *//// *////

ອຸບັດຕິເຫດປີໃຫມ່ລາວມື້ທຳອິດຢູ່ນະຄອນຫຼວງວຽງຈັນ  ມີຜູ້ສຍຊີວິດ 6 ຄົນ

ແບ່ງປັນຂ່າວນີ້


    ເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມື້ທຳອິດຂອງການສະເຫຼີມສະຫຼອງປີໃຫມ່ລາວ ພສ2565 ກໍຄືວັນທີ 14 ເມສາ 2022 ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 8 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ, ມີຜູ້ໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ເຈັບສົມຄວນ 2 ແລະ ບາດເຈັບສາຫັດ 1 ຄົນ; ພາຫະນະເປ່ເພເລັກນ້ອຍ 5 ຄັນ, ເປ່ເພສົມຄວນ 7 ຄັນ, ໃຊ້ການບໍ່ໄດ້ 2 ຄັນ. ອຸບັດຕິເຫດທີ່ເກີດຂຶ້ນ ຍ້ອນດື່ມສິ່ງມຶນເມົາ, ຂັບລົດໄວເກີນນຳນົດ.

     ເຖິງແນວໃດກໍຕາມ, ເຈົ້າໜ້າທີ່ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ສະຫຼອງປີໃຫມ່ຢ່າງມີສະຕິ, ເມົາແລ້ວບໍ່ຂັບຂີ່ ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງທ່ານ.

 ຮຽບຮຽງ: ທິບພະຈັນ