*//// *//// ໂຮງຮຽນມໍຕົ້ນສີສະຫວາດ ຮັບຟັງການບັນຍາຍຜົນຮ້າຍຂອງຢາເສບຕິດ ແລະ ຫຼັກການຂັບຂີ່ລົດປອດໄພ.  – Vte9 *//// *////

ໂຮງຮຽນມໍຕົ້ນສີສະຫວາດ ຮັບຟັງການບັນຍາຍຜົນຮ້າຍຂອງຢາເສບຕິດ ແລະ ຫຼັກການຂັບຂີ່ລົດປອດໄພ. 

ແບ່ງປັນຂ່າວນີ້

ໃນຕອນເຊົ້າວັນທີ 8 ເມສາ 2022 ນີ້, ປກສ ກຸ່ມ 3 ສີສະຫວາດ ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ລົງໂຄສະນາຜົນຮ້າຍຢາເສບຕິດ ແລະ ຫຼັກການຂັບຂີ່ລົດປອດໄພ ໃຫ້ຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນສີສະຫວາດ. ໂດຍການບັນຍາຍຂອງ       ພັທ ກົງຕາ ບຸດຕິຈັກ ຫົວໜ້າ ປກສ ກຸ່ມສີສະຫວາດ, ມີທ່ານ ສົນທະວີໄຊ ພົມມະລາດ ຕາງໜ້າຫ້ອງການສຶກສາ ເມືອງຈັນທະບູລີ, ທ່ານນາງ ຕາດຳ ປັນຍານຸວົງ ຜູ້ອຳນວຍການ ມໍ ຕົ້ນສີສະຫວາດ, ມີທ່ານ ນາຍບ້ານ ສີສະຫວາດ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ພັທ ກົງຕາ ບຸດຕິຈັກ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນໍຫາຢາເສບຕິດ ເຈົ້າໜ້າທີ່ຈິ່ງ ລົງໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດ ໃຫ້ຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນສີສະຫວາດ ຮັບຮູ້ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດ ເປັນຕົ້ນແມ່ນຢາເສບຕິດເປັນສາເຫດກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ. ພ້ອມດຽວກັນນີ້ ຮອ ສິງເພັດ ມະນີເລີດ        ຜູ້ຮັບຜິດຊອບວຽກງານໂຄສະນາ ກອງຮ້ອຍຕຳຫຼວດຈະລາຈອນ ປກສເມືອງຈັນທະບູລີ ໄດ້ເຜີຍແຜ່ຫຼັກການຂັບຂີ່ລົດປອດໄພ ໂດຍໄດ້ຍົກໃຫ້ເຫັນວ່າ: ນັກຂັບຂີ່ຕ້ອງກວດກາສະພາບເຕັກນິກລົດຂອງຕົນທຸກຄັ້ງກ່ອນອອກເດີນທາງ, ຕ້ອງມີສະຕິລະວັງຕົວໃນການໃຊ້ລົດໃຊ້ຖະໜົນ, ການຊີງແຊງຂຶ້ນໜ້າຕ້ອງຮັບປະກັນຄວາມປອດໄພ, ບໍ່ໃຊ້ຄວາມໄວເກີນກຳນົດທີ່ກົດໝາຍອະນຸຍາດ, ໃຫ້ກຽດເຊິ່ງກັນ ແລະ ກັນໃນເວລາຂັບຂີ່ ແລະ ປະຕິບັດຕາມກົດລະບຽບການສັນຈອນ ຢ່າງເຂັ້ມງວດເພື່ອບໍ່ໃຫ້ເກີດອຸບັດຕິເຫດ ຕາມທ້ອງຖະໜົນ.

ທິບພະຈັນ ຮຽບຮຽງ