*//// *//// ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່  – Vte9 *//// *////

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດລາຍໃຫຍ່ 

ແບ່ງປັນຂ່າວນີ້


ຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກໃຫ້ຮູ້ວ່າ: ໃນຄັ້ງວັນທີ 17 ຕຸລາ 2022  ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າ:  ມີຄົນບໍ່ດີເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່ບ້ານຫຼັກ 21 ເມືອງບາຈຽງ ຫຼັງຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈິ່ງໄດ້ໃຊ້ຫຼັກການວິຊາສະເພາະກວດກາເບິ່ງເຫັນວ່າມີມູນຄວາມຈິງ ແລະ ໄດ້ວາງແຜນມ້າງຄະດີດັ່ງກ່າວ ສາມາດກັກຕົວຜູ້ຖືກຫາໄດ້ 01 ຄົນ ຊື່ ທ້າວໄຊສົມພອນ ( ແຫຼ້ ) 29 ປີ ກຳມະກອນ ບ້ານຫ້ວຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ພ້ອມຂອງກາງຢາບ້າ 78000 ເມັດ, ໂທລະສັບ 01 ໜ່ວຍ, ເງິນກີບ 3.700.000 ກີບ ມາດຳເນີນຄະດີ.

 ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ໄຊສົມພອນ ( ແຫຼ້ ) ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນເປັນຂອງຜູ້ກ່ຽວແທ້ ເຊິ່ງໄດ້ເຄື່ອນໄຫວຄ້າ-ຂາຍ ແລະ ເສບຢາເສບຕິດ ມາແຕ່ປີ 2018 ໂດຍໄດ້ຊື້ນຳຜູ້ຊາຍຄົນ 01 ຢູ່ບ້ານດຽວກັນຄັ້ງລະປະມານ 150 ເມັດ ໃນລາຄາເມັດລະ 4000 ກີບ ເຊິ່ງຜູ້ກ່ຽວໄດ້ແບ່ງໄວ້ເສບເອງ ແລະ ເອົາໄປຂາຍໃຫ້ຜູ້ຊາຍຄົນໜຶ່ງຢູ່ເຂດບ້ານໜອງກອກ ເມືອງບາຈຽງຈະເລີນສຸກ ຄັ້ງລະປະມານ 100 ເມັດ ໃນລາຄາເມັດລະ 10.000 ກີບ ຈຸດນັດຊື້-ຂາຍກັນແມ່ນເຂດບ້ານຫຼັກ 21 ເມືອງບາຈຽງຈະເລີນສຸກ ໃນປີ 2019 ທ້າວໄຊສົມພອນ ແມ່ນເຄີຍຖືກເຈົ້າໜ້າທີ່ ປກສ ນະຄອນປາກເຊ ກັກຕົວດັດສ້າງ 01 ອາທິດ ໃນຂໍ້ຫາມົ້ວສຸມເສບຢາເສບຕິດ ຕົກມາຮອດທີ 08 ຕຸລາ 2022 ຜູ້ກ່ຽວໄດ້ຕິດຕໍ່ກັບຜູ້ຊາຍຄົນໜຶ່ງຢູ່ບ້ານ ຫ້ວຍປູນ ນະຄອນປາກເຊ ໂດຍພວກກ່ຽວໄດ້ຕົກລົງກັນວ່າຈະຮັບຢາບ້າມາຂາຍເພື່ອເອົາເປີເຊັນ ມັດລະ 100.000 ກີບ ຫຼັງຈາກນັ້ນ, ຜູ້ຊາຍຄົນດັ່ງກ່າວກໍ່ໄດ້ເອົາຢາບ້າມາສົ່ງໃຫ້ຜູ້ກ່ຽວຢູ່ບ້ານຫຼັກ 21 ຈຳນວນ 13 ແພັກເທົ່າກັບ 39 ມັດ ເທົ່າກັບ 78.000 ເມັດ ຈາກນັ້ນ, ຜູ້ກ່ຽວກໍ່ໄດ້ເອົາຢາບ້າໄປເຊື່ອງໄວ້ຢູ່ເຮືອນພີ່ນ້ອງຂອງຕົນເອງທີ່ຕັ້ງຢູ່ບ້ານຫຼັກ 21  ເພື່ອລໍຖ້າຂາຍ ຕົກມາຮອດທີ 18 ຕຸລາ 2022 ທ້າວໄຊສົມພອນຈິ່ງຖືກເຈົ້າໜ້າທີ່ ປກສ ເມືອງບາຈຽງຈະເລີນສຸກກັກຕົວ ແລະ ໄດ້ກວດຄົ້ນເຮືອນພີ່ນ້ອງຂອງຜູ້ກ່ຽວ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າຈຳນວນ 39 ມັດ ເທົ່າກັບ 78.000 ເມັດ ພ້ອມດ້ວຍເຄື່ອງຂອງຕິດຕົວອີກຈຳນວນໜຶ່ງມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍບ້ານເມືອງ.