*//// *//// ສປ ຈີນ ມີຫຼາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນນິດຈີນ, ເຊິ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີ່ຈະມາເຖິງນີ້  – Vte9 *//// *////

ສປ ຈີນ ມີຫຼາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນນິດຈີນ, ເຊິ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີ່ຈະມາເຖິງນີ້ 

ແບ່ງປັນຂ່າວນີ້

ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ  ແລະ ໄລຍະຍາວ. ກອງປະຊຸມໃຫຍ່ຄັ້ງຂອງພັກກອມມູນິດຈີນຄັ້ງນີ້ ຈະມີຜູ້ແທນເຂົ້າຮ່ວມທັງໝົດ 2296 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກກອມມູນິດຈີນ ຈໍານວນ 96 ລ້ານກວ່າສະຫາຍໃນທົ່ວປະເທດ. ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນ ເປັນຢ່າງຍິ່ງສຳລັບ ສປ ຈີນ  ຈັດຂຶ້ນໃນທ່າມກາງບັນຍາກາດທີ່ພັກກອມມູນິດຈີນ ນໍາພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນ ສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງໃນການສ້າງ ສປ ຈີນ ໃຫ້ກາຍເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049.  ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ເປັນເຫດການການເມືອງທີ່ສໍາຄັນຕໍ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫຼວດ ແລະ ປວງຊົນຊາວຈີນ ທຸກທົ່ວໜ້າ. ປີ 2022, ຍັງເປັນປີຄົບຮອບ 73 ປີຂອງການສະຖາປະນາ ສາທາລະລັດ ປະຊາຊົນຈີນ. ວັນທີ 1 ຕຸລາ 1949,  ສາທາລະນະລັດປະຊາຊົນຈີນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ, ນັບແຕ່ວັນນັ້ນເປັນ ຕົ້ນມາປະຊາຊົນຈີນ ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ການສ້າງຕັ້ງລະບອບໃໝ່ຍັງສະແດງໃຫ້ເຫັນເຖິງໄຊຊະນະອັນຍິ່ງໃຫຍ່ຂອງພະລະກິດປົດປ່ອຍຊາດ ປະຊາທິປະໄຕຢູ່ຈີນ, ເປັນມື້ໄຂສັງກາດໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຕໍ່ມາ. ໃນໄລຍະ 73 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ອັນປີຊາສາມາດແລະ ສະຫຼາດສ່ອງໃສຂອງພັກກອມມູ ນິດຈີນ ບວກໃສ່ກັບຄວາມເສຍສະຫຼະ, ຄວາມເປັນແບບຢ່າງຂອງສະມາຊິກພັກ-ພະ ນັກງານ ແລະຄວາມອົດທົນພາກພຽງຂອງປະຊາຊົນຊາວຈີນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ ສປ ຈີນ ໄດ້ຮັບຜົນສຳ ເລັດອັນຍິ່ງໃຫຍ່, ເຊິ່ງສະແດງອອກໃນບາງດ້ານ.  ຜົນສຳເລັດອັນຫຍິ່ງໃຫຍ່ທີ່ພັກ, ລັດຖະບານ ແລະ ປະຊາຊົນຊາວຈີນ ຍາດມາໄດ້ໃນໄລຍະ 70 ກວ່າປີຜ່ານມານັ້ນ ແມ່ນຍ້ອນຄວາມອົດທົນພາກພຽງ ແລະ ຄວາມສະ ຫຼຽວສະຫຼາດຂອງປະຊາຊົນຊາວຈີນ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກກອມມຸຍນິດຈີນ ທີ່ຍຶດໝັ້ນໃນຫລັການພັກນຳພາ, ຍຶດໝັ້ນໃນການເດີນຕາມເສັ້ນທາງທີ່ແທດເໝາະກັບສະພາບການຕົວຈິງຂອງ ສປ ຈີນ, ຍຶດໝັ້ນໃນຫຼັກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍຶດໝັ້ນໃນຫຼັກ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ. ການເຕີບໃຫຍ່ຂະຫຍາຍຕົວຂອງ ສປ ຈີນ ໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສັນຕິພາບໂລກ ແລະ ການພັດທະນາຂອງມວນມະນຸດ.