*//// *//// ທ້າວ ຮຸ່ງເຮືອງ ກອນສິນ ມອບເງິນເກັບສ່ວນຕົວ300 ລ້ານກີບ ໃຫ້ນັກກິລາບານເຕະ ທີມຊາດລາວ U19  – Vte9 *//// *////

ທ້າວ ຮຸ່ງເຮືອງ ກອນສິນ ມອບເງິນເກັບສ່ວນຕົວ300 ລ້ານກີບ ໃຫ້ນັກກິລາບານເຕະ ທີມຊາດລາວ U19 

ແບ່ງປັນຂ່າວນີ້

ໃນພິທີ ຕ້ອນຮັບຄະນະນໍາ, ຄູຝຶກ ແລະ ນັກກິລາບານເຕະທີມຊາດລາວຮຸ່ນອາຍຸບໍ່ເກີນ 19 ປີ ທີ່ເດີນທາງກັບມາ ຈາກການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 19 ປີ ຫລື AFF U19 Championship 2022 ທີ່ປະເທດອິນໂດເນເຊຍ ໃນຕອນຄໍ່າວັນທີ 19 ກໍລະກົດ ຜ່ານມາ ມີຫລາຍພາກສ່ວນ ໄດ້ປະກອບສ່ວນມອບເງິນສະໜັບສະໜູນນັກກິລາ U19 ແລະ ໜຶ່ງໃນນັ້ນ, ທ້າວ ຮຸ່ງເຮືອງ ກອນສິນ ອາຍຸ 13 ປີ ເປັນັກຮຽນຢູ່ ໂຮງຮຽນນານາຊາດ ປັນຍາທິບ (PIS) ກໍໄດ້ເຫັນຄວາມສຳຄັນການພັດທະນາບານເຕະລາວ ແລະ ນຳເອົາເງິນເກັບທີ່ສະສົມສ່ວນຕົວມອບ ໃຫ້ທີມນັກກິລາບານເຕະທີມຊາດລາວ U19 ຈໍານວນ 300 ລ້ານກີບ ເພື່ອເປັນຂວັນກໍາລັງໃຈ ທີ່ສາມາດຍາດໄດ້ຫລຽນເງິນ ໃນການແຂ່ງຂັນບານເຕະ ທີ່ປະເທດອິນໂດເນເຊຍ.

ທ້າວ ຮຸ່ງເຮືອງ ກອນສິນ ໄດ້ກ່າວວ່າ:  ການມອບເງິນຈຳນວນດັ່ງກ່າວ ເປັນການປະກອບສ່ວນສະໜັບສະໜູນໃຫ້ນັກກິລາ ນຳໄປໃຊ້ການຝຶກຊ້ອມ ແລະ ພັດທະນາທີມໃນອະນາຄົດ, ເຊິ່ງເງິນສ່ວນນີ້ເປັນເງິນທີ່ເກັບທ້ອນມາເປັນເວລາຫລາຍປີ ອີກຢ່າງຕົນເອງກໍເປັນຜູ້ໜຶ່ງທີ່ມັກຮັກໃນກິລາ ຈຶ່ງຕັດສິນໃຈມອບເງິນສະໜັບສະໜູນໃນຄັ້ງນີ້ ແລະ   ພ້ອມທີ່ຈະເປັນສ່ວນໜຶ່ງ ໃນການຊຸກຍູ້ ສົ່ງເສີມກິລາບານເຕະ ແລະ ນັກກິລາ ທີມຊາດລາວ ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີ ຢູ່ໃນເວທີສາກົນ, ເປັນນັກກິລາຮຸ່ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງ ໃນການສ້າງແຮງບັນດານໃຈ ໃຫ້ແກ່ນັກກິລາຮຸ່ນໃໝ່ ໃຫ້ມີຄວາມມຸ່ງໝັ້ນ ພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນ ຂອງກິລາບານເຕະ ທີມຊາດລາວ ໃນຮຸ່ນຕໍ່ໆໄປ.