*//// *//// ເກີດອຸບັດເຫດ 10 ລໍ້ ຕຳຮ້ານເຂົ້າປຽກ ເສຍຊີວິດ 3 ຄົນ ທີ່ບ້ານຖິ່ນເພຍ ເມືອງຫາດຊາຍຟອງ  – Vte9 *//// *////

ເກີດອຸບັດເຫດ 10 ລໍ້ ຕຳຮ້ານເຂົ້າປຽກ ເສຍຊີວິດ 3 ຄົນ ທີ່ບ້ານຖິ່ນເພຍ ເມືອງຫາດຊາຍຟອງ 

ແບ່ງປັນຂ່າວນີ້

 ໃນເວລາ 16:30 ໂມງ ທີ 14.6.2022 ລົດບັນທຸກ 10 ລໍ້ ເສຍຫລັກ ຕຳເອົາຄົນນັ່ງຢູ່ລົດຈັກ ແຄມທາງ, ຈາກນັ້ນ ຕຳໃສ່ຮ້ານຂາຍເຂົ້າປຽກ, ຢູ່ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.

ອຸບັດຕິເຫດຄັ້ງນີ້ ເຮັດໃຫ້ມີຄົນເສຍຊີວິດໃນເບື້ອງຕົ້ນ 3 ຄົນ.  ຍິງ 2 ຄົນ ໃນນີ້ ໂຊເຟີ 1 ຄົນ, ຜູ້ນັ່ງຢູ່ລົດຈັກ 1 ຄົນ ແລະ ເຈົ້າຂອງຮ້ານເຂົ້າປຽກ 1 ຄົນ. ນອກນັ້ນ ມີຄົນໄດ້ຮັບບາດເຈັບຈຳນວນຫນຶ່ງ, ລາຍລະອຽດຈະສະເຫນີຕາມຫລັງ ທາງທີມງານໂທລະພາບ ນວ  ຂໍສະແດງຄວາຍເສຍໃຈກັບຄອບຄົວທີ່ເສຍຊີວິດ ດ້ວຍ.