*//// *//// ປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດ ຢູ່ຟາມງົວນໍ້າເພັດຈະເລີນຊັບເມືອງທຸລະຄົມ  ແຂວງວຽງຈັນ  – Vte9 *//// *////

ປະທານປະເທດ ລົງຊຸກຍູ້ພື້ນຖານການປູກຝັງ-ລ້ຽງສັດ ຢູ່ຟາມງົວນໍ້າເພັດຈະເລີນຊັບເມືອງທຸລະຄົມ  ແຂວງວຽງຈັນ 

ແບ່ງປັນຂ່າວນີ້


ດ້ວຍຄວາມເປັນຫ່ວງໃຍຂອງ ສູນກາງພັກ ໂດຍສະເພາະແມ່ນ ສະຫາຍ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ສ້າງກຳລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາອົງການປົກຄອງທ້ອງຖິ່ນ ກໍຄື ຜູ້ປະກອບການ ໃນການຜະລິດ-ທຸລະກິດ ຢູ່ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຂອງ ສະຫາຍ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ຟາມງົວຊີ້ນ ນ້ຳເພັດຈະ ເລີນຊັບ ໂດຍການຕ້ອນຮັບຂອງ ທ່ານ ໂຕ່ຊີ້ງແສງພະຈັນ ປະທານບໍລິສັດນໍ້າເພັດຈະເລີນຊັບເຊິ່ງຟາມດັ່ງກ່າວ ຕັ້ງຢູ່ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ສ້າງຕັ້ງຂຶ້ນໃນປີ2019, ມີເນື້ອທີ່ 12 ເຮັກຕາ, ໃນນີ້ໄດ້ແບ່ງອອກເປັນເນື້ອທີ່ຫ້ອງການສຳນັກງານ, ເຮືອນຮົ່ມປູກຜັກອິນ ຊີແບບໂຮໂດຣໂປນິກ 18 ຫລັງ, ໜອງປາ 8 ໜອງ, ສ່ວນທີ່ຍັງເຫລືອແມ່ນໂຮງເຮືອນເກັບອາຫານສັດ, ຄອກລ້ຽງງົວພໍ່ແມ່ພັນ, ງົວອະນຸບານ, ງົວລຸ້ນ ແລະ ງົວທອມ ເຊິ່ງເປົ້າໝາຍຂອງບໍລິສັດ ນໍ້າເພັດ ຈະເລີນຊັບ ແມ່ນນຳເຂົ້າພັນງົວຊີ້ນສາຍເລືອດ 100% ເພື່ອນຳມາຂະຫຍາຍພັນ, ທອມງົວ ເພື່ອໃຫ້ໄດ້ຊີ້ນງົວຄຸນນະພາບສູງ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວຊີ້ນພັນດີ; ປັບປຸງພັດທະນາແນວພັນງົວຕານປ່ຽວ1, ພັນງົວທີ່ນຳເຂົ້າມາມີສາຍພັນບຣາມັນ, ແອງກັສ ແລະ ຊາໂຣແລ ສາຍເລືອດ 100%, ພາຍໃນຟາມຈະນໍາໃຊ້ເຕັກໂນໂລຊີ ເພື່ອສ້າງຟາມ ຕາມມາດຖານຂອງອາຊຽນ; ຂະຫຍາຍພັນສັດ ດ້ວຍວິທີການປະສົມພັນທຽມ ແລະ ຝາກໂຕອ່ອນ; ຈັດການຟາມຕາມຫລັກວິຊາການລ້ຽງສັດທີ່ເໝາະສົມ; ປະຕິບັດມາດຕະການດ້ານນິຕິກຳ ແລະ ວິຊາການຢ່າງເຄັ່ງຄັດ.

ບໍລິສັດ ນໍ້າເພັດ ຈະເລີນຊັບ ສ້າງຕັ້ງຟາມລ້ຽງງົວດັ່ງກ່າວຂຶ້ນ ໂດຍໄດ້ວາງວິໄສທັດໄວ້ວ່າ: ບຸກເບີກການຜະລິດງົວຊີ້ນສາຍເລືອດ 100% ຂອງສປປ ລາວ ໄປສູ່ມາດຕະຖານສາກົນ,  ປັດຈຸບັນ ຟາມລ້ຽງງົວຊີ້ນ ນໍ້າເພັດ ຈະເລີນຊັບ ມີງົວທັງໜົດ 288 ໂຕ, ມູນຄ່າ 21 ຕື້ກີບ ແລະ ມີແຜນເພີ່ມໃຫ້ບັນລຸ 205 ຕື້ກີບ, ເພີ່ມເນື້ອທີ່ຈາກ 12 ເຮັກຕາໃນປັດຈຸບັນ ໃຫ້ບັນລຸ120 ເຮັກຕາ; ເພີ່ມແມ່ພັນ 1.200 ແມ່ ຫລື ສ້າງຝູງງົວ ຈາກທີ່ມີປັດຈຸບັນໃຫ້ບັນລຸ 2.700 ໂຕ, ທອມງົວ ເພື່ອການຜະລິດຊີ້ນງົວຄຸນນະພາບສູງທົດແທນການນຳເຂົ້າ 2.000 ໂຕຕໍ່ປີ, ຈຳໜ່າຍພໍ່ພັນ-ແມ່ພັນງົວທີ່ດີ ບໍ່ຕ່ຳກວ່າ 800 ໂຕຕໍ່ປີ, ຜະລິດ ແລະ ຈຳໜ່າຍນ້ຳເຊື້ອງົວພັນດີ ສະໜອງໃຫ້ແກ່ກະສິກອນທົ່ວປະເທດ ແລະ ຄາດຄະເນຈະສາມາດຜະລິດງົວໃນລະດັບ 29.428 ໂຕ ພາຍໃນ 10 ປີ, ນໍ້າໜັກສັດບໍ່ຕໍ່າກວ່າ 20.500 ໂຕນ, ລວມມູນຄ່າປະມານ 700 ຕື້ກີບ. 

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍ້ອງຍໍມາຍັງ ບໍລິສັດນໍ້າເພັດຈະເລີນຊັບ ທີ່ຕັດສິນໃຈລົງທຶນເຂົ້າໃສ່ວຽກງານກະສິກຳປູກຝັ່ງ ແລະ ລ້ຽງສັດ ພ້ອມມີວິໄສທັດ ສຳຄັນແມ່ນຄວາມມັກຮັກທີ່ຈະພັດທະນາ ໂດຍສະເພາະການຕັດສິນ ໃຈນຳງົວພັນຊີ້ນສາຍເລືອດ100% ເຂົ້າມາລ້ຽງ ແລະ ຂະຫຍາຍພັນພາຍໃນຟາມ, ພ້ອມນັ້ນ ທັງໄດ້ເນັ້ນ ບໍລິສັດ ເອົາໃຈໃສ່ສົ່ງເສີມປະຊາຊົນທີ່ຢູ່ອ້ອມຂ້າງໃຫ້ມີສ່ວນຮ່ວມໃນການປູກຝັງເຊັ່ນ: ການປູກຫຍ້າ, ປູກສາລີ, ປູກຜັກປອດສານພິດ, ເມື່ອການລ້ຽງສັດຂະຫຍາຍຕົວດີ ໃນອະນາຄົດໃຫ້ບໍລິສັດ ເອົາໃຈໃສ່ສົ່ງອອກຜະລິດຕະພັນຊີ້ນງົວ ເປັນຫລາຍຮູບແບບເພື່ອສ້າງມູນຄ່າເພີ່ມ.

ທິບພະຈັນ:ຮຽບຮຽງ