*//// *//// ສ.ອາເມລິກາ ຜະເຊີນກັບໄພເງິນເຟີ້ ຮ້າຍແຮງສຸດໃນຮອບ 40 ປີ  – Vte9 *//// *////

ສ.ອາເມລິກາ ຜະເຊີນກັບໄພເງິນເຟີ້ ຮ້າຍແຮງສຸດໃນຮອບ 40 ປີ 

ແບ່ງປັນຂ່າວນີ້

ຕາມ​ຂ່າວ​ຈາກ​ cri ຂອງ​ຈີນ,ວັນ​ທີ13 ​ມິຖຸນາ​ນີ້,  ສື່ມວນຊົນ ຈາກ ສ.ອາເມລິກາ ລາຍງານໃຫ້ຮູ້ວ່າ: ທະນາຄານກາງ ຂອງ ສ.ອາ​ເມ​ລິ​ກາ(FED) ອາດຈະ ປະກາດ ປັບຂຶ້ນ ອັດຕາ ດອກເບ້ຍອີກ ໃນກອງປະຊຸມ ປຶກສາຫາລື ອັດຕາ ດອກເບ້ຍ ໃນກາງເດືອນມິຖຸນານີ້ ເພື່ອລະງັບອັດຕາ ດອກເບ້ຍ ທີ່່ສູງຂຶ້ນເລື້ອຍໆ ​ໂດຍອີງ ຂໍ້ມູນສະຖິຕິ ຂອງກະຊວງ ແຮງງານ ສ.ອາ​ເມ​ລິ​ກາ ໃຫ້ຮູ້ຕື່ມວ່າ:ອັດຕາ ໄພເງິນເຟີ້ ຂອງ ສ.ອາ​ເມ​ລິ​ກາ ໄດ້ຮັກສາຢູ່ ໃນລະດັບ ສູງສຸດ ໃນຮອບ 40 ປີຜ່ານມານີ້​ ແລະ ​ເຮັດ​ໃຫ້​ລາຄານ້ຳມັນ ເຊື້ອໄຟ ປະ​ເທດ ​ເພີ່ມ​ສູງ​ຂຶ້ນ. ຄຽງຄູ່ກັບ ລາຄານ້ຳມັນດິບ ແລະ ອາຍແກັດສ ທຳມະຊາດ ຈະສືບຕໍ່ ເພີ່ມສູງຂຶ້ນ ຢ່າງວ່ອງໄວ ໃນອະນາຄົດ,ອັດຕາ ໄພເງິນເຟີ້ ຂອງ ສ.ອາ​ເມ​ລິ​ກາ ປະຈຳປີ2022 ອາດຈະ ບັນລຸເຖິງ 10%. ຂະນະ​ທີ່, ລັດຖະບານ ສ.ອາ​ເມ​ລິ​ກາ ຍັງ​ພະຍາຍາມ​ ຢ່າງ​ສຸດ​ຂີດ ​ເພື່ອປັບລາຄາ ນ້ຳມັນດິບ ໃຫ້ຫລຸດລົງ ​ໃນ​ຕໍ່ໜ້າ, ​ແກ້​ໄຂ ໄພເງິນເຟີ້​ ໂດຍ​ໄວ.

ທິບພະຈັນ:ຮຽບຮຽງ