*//// *//// ວາງສີລາລຶກ ໂຄງການກໍ່ສ້າງອາຣາມ ແລະ ພະທາດ ຢູ່ບ້ານວັງຊຽງ ເມືອງໂພນທອງ  – Vte9 *//// *////

ວາງສີລາລຶກ ໂຄງການກໍ່ສ້າງອາຣາມ ແລະ ພະທາດ ຢູ່ບ້ານວັງຊຽງ ເມືອງໂພນທອງ 

ແບ່ງປັນຂ່າວນີ້

ໃນວັນທີ 8 ມິຖຸນາ 2022 ໂດຍການເປັນເຈົ້າສັດທາຫລັກຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍຍົກລັດຖະມົນຕີ ແຫ່ງສປປ ລາວ ພ້ວມດ້ວຍຄອບຄົວ, ມີພະອາຈານ ອ່ອນແກ້ວ ກິດຕິພັທໂທ ປະທານ ອົງການພຸດທະສາສະໜາ ສຳພັນລາວ ແຂວງຫລວງພະບາງ, ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພ້ອມດ້ວຍພະສົງ-ສຳມາເນນຈາກແຂວງ-ເມືອງ,  ຕະຫລອດຮອດຄະນະນຳຂອງເມືອງ ແລະ ພຸດທະສາຊະນິກະຊົນເມືອງໂພນທອງ ເຂົ້າຮ່ວມ.

ທ່ານ ອານຸສິດ ຂັດຕິຍະລາດ ຕາງໜ້າບໍລິສັດອານຸສິດ ສຳຫລວດອອກແບບ-ກໍ່ສ້າງ ໄດ້ລາຍງານກ່ຽວກັບວຽກງານການກໍ່ສ້າງວັດ ໂດຍຜ່ານສຳຫລວດສະຖານທີ່ກໍ່ສ້າງ ມີເນື້ອທີ່ປະມານ 860 ຕາແມັດ, ມີຄວາມສູງຈາກໜ້ານໍ້າທະເລປານກາງສະເລ່ຍ 568 ແມັດ ແລະ ເລີ່ມລົງມືການກໍ່ສ້າງຕັ້ງແຕ່ວັນທີ 26 ພຶດສະພາ 2022 ເປັນຕົ້ນມາ ປະກອບມີ ອາຣາມ ຫລື ພັທທະສິມມາ 1 ຫລັງ ແລະ ພະທາດ 1 ແຫ່ງ ລວມມູນຄ່າການກໍ່ສ້າງທັງໝົດ 1,3 ຕື້ກວ່າກີບ ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດພາຍໃນຕົ້ນເດືອນ ກຸມພາ ປີ 2023.

ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນວ່າ: ການກໍ່ສ້າງວັດ ກໍເພື່ອໃຫ້ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະ ທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະ ລໍ້າຄ່າຂອງຊາດລາວ ໂດຍສະເພາະພາຍໃນເມືອງໂພນທອງ ໃຫ້ຍືນຍົງຕະຫລອດໄປສູ່ຄົນຮຸ່ນໃໝ່.

 ທິບພະຈັນ:ຮຽບຮຽງ