*//// *//// ມະຫາວິທະຍາໄລແຫ່ງຊາດ ສ້າງສວນສາທາລະນະ ເພື່ອການຮຽນຮູ້  – Vte9 *//// *////

ມະຫາວິທະຍາໄລແຫ່ງຊາດ ສ້າງສວນສາທາລະນະ ເພື່ອການຮຽນຮູ້ 

ແບ່ງປັນຂ່າວນີ້


ທ່ານ ສິນທະວອນ ດາລາວົງ ຄະນະບໍດີຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາ ໄລແຫ່ງຊາດ(ມຊ) ໄດ້ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ໄດ້ມີການສຶກສາຄວາມເປັນໄປໄດ້ ໃນການອອກແບບ, ວາງແຜນ ແລະ ສ້າງໃຫ້ເຂດສວນປ່າສັກທີ່ຢູ່ໃນພື້ນທີ່ບໍລິເວນຄະນະສະຖາປັດຕະຍະກໍາສາດ ເພື່ອສ້າງໃຫ້ເປັນສວນສາທາລະນະເພື່ອການຮຽນຮູ້ (LEARNING PARK) ໂດຍມີເນື້ອທີ່ທັງໝົດ 4 ເຮັກຕາກວ່າ ເຊິ່ງໂຄງການກໍ່ສ້າງສວນສາທາລະນະແຫ່ງນີ້ ມີມູນຄ່າໃນເບື້ອງຕົ້ນປະມານ 6 ຕື້ກີບ, ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2021 ແລະ ຄາດວ່າປີ 2025 ຈະໃຫ້ສໍາເລັດ. 

ຈຸດປະສົງຂອງໂຄງການດັ່ງກ່າວ ກໍເພື່ອໃຫ້ສາມາດຕອບສະໜອງຕໍ່ກິດຈະກໍາການສຶກສາ ໃຫ້ຄົບຖ້ວນຕາມ 5 ຫລັກມູນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ, ທັງຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ2016-2025 ຂອງມະຫາວິທະ ຍາໄລແຫ່ງຊາດ ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນ ລົງສູ່ພາກປະຕິບັດຕົວຈິງ ເຮັດໃຫ້ນັກສຶກ ສາມີໂອກາດຮຽນຮູ້ຈາກພາກສະໜາມຫລາຍຂຶ້ນ, ພ້ອມນັ້ນ ຍັງເປັນການປະຕິບັດຕາມຄໍາຂວັນ 6 ສ ໂດຍສະເພາະ ສ ສີຂຽວໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. 

ທິບພະຈັນ:ຮຽບຮຽງ