*//// *//// ເກີດອຸບັດຕິເຫດພາຫະນະລົດຈິບ ຕຳກັບ ພາຫະນະລົດບັນທຸກພວງ  – Vte9 *//// *////

ເກີດອຸບັດຕິເຫດພາຫະນະລົດຈິບ ຕຳກັບ ພາຫະນະລົດບັນທຸກພວງ 

ແບ່ງປັນຂ່າວນີ້

ໃນເວລາປະມານ 23 ໂມງ 00 ນາທີ, ຂອງວັນທີ 08 ມິຖຸນາ 2022 ໄດ້ມີອຸບປະຕິເຫດເກີດຂຶ້ນຢູ່ບໍລິເວນເຂດ ບ້ານ ນາຫຍ້າຫວາຍ, ( ເສັ້ນທາງເລກທີ 13 ໃຕ້ ), ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ລະຫ່ວາງພາຫະນະລົດຈິບ, ຍີ່ຫໍ້ ໂຕໂຍ ຕ້າຟໍຈຸນເນີ, ສີ ຂາວ, ໝາຍເລກທະບຽນ ຮຮ 2222 ກຳແພງນະຄອນ. ຂັບຂີ່ໂດຍທ້າວ ເອ ບຸນຍະສີ, ອາຍຸ 22 ປີ, ນັກຮຽນ, ຢູ່ປັດຈຸບັນ ຫ້ວຍເຂົ້າພື້ນ, ເມືອງ ຫີນບູນ, ແຂວງຄຳມ່ວນ ແລະ ມີຜູ້ນັ່ງມານຳ ຈຳນວນ 03 ຄົນ ຄື ທ້າວ ໂຈ, ອາຍຸ 21 ປີ, ຢູ່ບ້ານຫ້ວຍເຂົ້າຫຼິ້ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ, ທ້າວ ອອຍບຸນມະນີ, ອາຍຸ 19 ປີ ບ້ານຢູ່ປັດຈຸບັນ ຫ້ວຍເຂົ້າ ໝັ້ນໃຫຍ່, ເມືອງ ຫີນບູນ, ແຂວງ ຄຳມ່ວນ ແລະ ທ້າວ ເກ ພັນໂນ, ອາຍຸ 18 ປີ ຢູ່ບ້ານຫ້ວຍເຂົ້າຫຼິ້ນ, ເມືອງ ຫີນບູນ ແຂວງ ຄຳມ່ວນ.

ພວກກ່ຽວໄດ້ຂັບຂີ່ພາຫະນະລົດຈິບຄັນດັ່ງກ່າວອອກມາຈາກຮ້ານ ເພື່ອນເບຍ ທີ່ຕັ້ງຢູ່ບ້ານ ຫີນບູນໃຕ້, ເມືອງ ຫີນບູນ, ແຂວງ ຄຳມ່ວນ. ຈຸດປະສົງແມ່ນຈະໄປຫຼິ້ນຢູ່ເທດສະບານເມືອງ ທ່າແຂກ, ແຂວງ ຄຳມ່ວນ. ພໍຂັບຂີ່ມາຮອດ ບໍລິເວນເຂດບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ແມ່ນໄດ້ເກີດອຸປະຕິເຫດ ຕໍາທ້າຍ ພາຫະນະລົດ ບັນທຸກພວງ, ປີ້ຫໍ້ ອີຊູຊູ, ໝາຍເລກທະບຽນ ບກ 1049 ສະຫວັນນະເຂດ (ຫົວ), ບກ 1106 ສະຫວັນນະເຂດ (ຫ່າງ) ທີ່ຈອດເປ່ເພຢູ່ແຄມທາງ, ສ່ວນຜູ້ຂັບຂີ່ແມ່ນບໍ່ຮູ້ຊື່ ເນື່ອງຈາກຜູ້ກ່ຽວແມ່ນໄດ້ເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດ.  

ທິບພະຈັນ:ຮຽບຮຽງ