*//// *//// ຫວຽດນາມ ຈະປັບຫລຸດພາສີນ້ຳມັນເຊື້ອໄຟ ຈາກສາເຫດລາຄາສູງຂຶ້ນ  – Vte9 *//// *////

ຫວຽດນາມ ຈະປັບຫລຸດພາສີນ້ຳມັນເຊື້ອໄຟ ຈາກສາເຫດລາຄາສູງຂຶ້ນ 

ແບ່ງປັນຂ່າວນີ້

ຕາມ​ຂ່າວ​ຈາກ​ ຫວຽ​ດນາມ,ວັນ​ທີ8​ ມິຖຸນາ​ນີ້, ກະຊວງ​ ການ​ເງິນ ຫວຽ​ດນາມ ພວມ​ພິຈາລະນາ ປັບ​ຫລຸດ ​ພາສີ ​ນ້ຳມັນ ​ເຊື້ອ​ໄຟ ​ເພື່ອ​ຫລຸດຜ່ອນ​ ບັນຫາ ​ລາຄາ ​ເພີ່ມ​ສູງຂຶ້ນ ​ເປັນ​ປະຫວັດສາດ ຂະນະ​ທີ່ ອັດຕາ​ ເງິນ​ເຟີ້ ຍັງ​ຄວບ​ຄຸມ​ໄດ້ ​ແລະ ​ໄດ້​ຮັບ​ ການ​ຊ່ວຍ​ເຫລືອ ຈາກ​ຂະ​ບວນຜະລິດ​ ສິນຄ້າ ​ພາຍ​ໃນ ​ປະ​ເທດ ຫລັງ​ຈາກ ຫວຽດນາມ ພິຈາລະນາ ​ຫາ​ແນວທາງ ປັບ​ຫລຸດ​ ອັດຕາ ພາສີ ທຸກ​ປະ​ເພດ ຄິດ​ເປັນ ​ປະມານ30% ຂອງ​ລາຄາ ​ຄ້າ​ຍ່ອຍ ລວມທັງ ​ພາສີ ນຳ​ເຂົ້າ 80% ​ແລະ ພາສີ ມູນ​ຄ່າ​ເພີ່ມ 10%.ສຳລັບ ​ການ​ປັບ​ຫລຸດ ​ພາສີ ​ນ້ຳມັນ ​ເຊື້ອ​ໄຟ ຈະ​ຊ່ວຍ​ຫລຸດ​ ລາຄາ​ ພະລັງງານ ລວມທັງ​ ຕົ້ນທຶນ ​ການ​ຜະລິດ ​ແລະ ກະ​ຕຸ້ນ ​ການ​ເຕີບ​ໂຕ ​ໃຫ້​ກັບ ​ພາກ​ທຸລະ​ກິດ. ປັດຈຸບັນ ຫວຽດນາມ ພວມ​ຜະ​ເຊີນ ​ໜ້າ​ກັບ ​ແຮງ​ກົດ​ດັນ ຈາກ​ອັດຕາ ​ເງິນ​ເຟີ້ ທີ່​ເພີ່ມ​ ສູງ​ຂຶ້ນ ​ເນື່ອງ​ຈາກ ຕ້ອງ​ອາ​ໄສ​ ການ​ນຳ​ເຂົ້າ ນ້ຳມັນ​ ເຊື້ອ​ໄຟ,ປຸ໋ຍ ​ແລະ ​ວັດຖຸ​ດິບ ນຳ​ເຂົ້າ ຈາກ​ຕ່າງປະ​ເທດ ຈຳ​ນວນ​ຫລາຍ. ສ່ວນ​ຫວຽດນາມ ຕັ້ງ​ເປົ້າໝາຍ​ ໃຫ້​ເງິນ​ເຟີ້ ຕ່ຳ​ກວ່າ 4%​ ໃນ​ປີ​ນີ້.