*//// *//// ລາວ ສົ່ງອອກເຂົ້າໜຽວ ຈຳນວນ 100 ໂຕນ ສູ່ຕະຫຼາດຈີນ ຜ່ານທາງລົດໄຟລາວ-ຈີນ – Vte9 *//// *////

ລາວ ສົ່ງອອກເຂົ້າໜຽວ ຈຳນວນ 100 ໂຕນ ສູ່ຕະຫຼາດຈີນ ຜ່ານທາງລົດໄຟລາວ-ຈີນ

ແບ່ງປັນຂ່າວນີ້

ເມື່ອບໍ່ດົນມານີ້, ບໍລິສັດ IDP ໄດ້ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດໄປຂາຍຢູ່ ສປຈີນ ຈໍານວນ 100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ທ່າເຮືອຢູ່ທະເລ ປະເທດໄທ ແລະ ຫວຽດນາມ.

ການຈັດສົ່ງເຂົ້າສານລາວ ລ໋ອດທໍາອິດໄປ ສປຈີນ ໄດ້ຈັດຂຶ້ນຢູ່ ສະຖານີລົດໄຟ ນະຄອນຫຼວງວຽງຈັນ, ໂດຍການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.

ບໍລິສັດດັ່ງກ່າວ ໄດ້ລົງທຶນໃນຂະແໜງການປູກເຂົ້າ ຢູ່ລາວ ມາແຕ່ປີ 2015, ມີໂຮງສີເຂົ້າໃຫຍ່ 4 ແຫ່ງ ໃນແຂວງສະຫວັນນະເຂດ ແລະ ຈໍາປາສັກ, ແຕ່ລະປີ ບໍລິສັດ IDP ຮັບຊື້ເຂົ້າຈາກຊາວນາ 60.000 ໂຕນ ດ້ວຍງົບປະມານການຈັດຊື້ປະມານ 20 ລ້ານໂດລາສະຫະລັດ,ໃນນີ້ 30.000 ໂຕນ ແມ່ນສົ່ງຂາຍໃຫ້ ຢູໂຣບ, ຈີນ, ໄທ ແລະ ຫວຽດນາມ, ປັດຈຸບັນ ບໍລິສັດ IDP ໄດ້ສົ່ງເສີມການປູກເຂົ້າອິນຊີ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕາ.