*//// *//// ສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ”  – Vte9 *//// *////

ສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” 

ແບ່ງປັນຂ່າວນີ້


ພິທີສະເຫລີມສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ ຫລື ONLY ONE EARTH” ຈັດຂຶ້ນຢູ່ແຂວງໃນວັນທີ 4 ມິຖຸນາ 2022 ທີ່ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ, ມີກະຊວງກ່ຽວຂ້ອງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຈາກບັນດາຂະແໜງການຕ່າງໆ ຂັ້ນສູງກາງ ແລະ ແຂວງ, ອົງການຈັດຕັ້ງສາກົນແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມກັນຢ່າງພ້ອມພຽງ.

ການສະເຫີລມສະຫລອງວັນສິ່ງແວດລ້ອມ ໃນຄັ້ງນີ້, ເປັນອີກປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ເຊິ່ງການຈັດພິທີສະເຫລີມ ສະຫລອງ ກໍເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະສີຂຽວ, ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນ ອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫລາກ

ຫລາຍ, ດິນ, ຊັບພະຍາກອນ, ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນຫລານ.

ງານສະເຫລີມສະຫລອງຄັ້ງນີ້, ມີຫລາຍກິດຈະກຳສຳຄັນ ເປັນຕົ້ນ ພິທີປ່ອຍປາ ຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ, ໃນນັ້ນມີປາກົດ, ປາເຄິງ ແລະ ປາອື່ນໆ, ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ, ຈັດສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະການປ່ຽນແປງດິນຟ້າອາກາດ, ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ, ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າ-ຂອງຂວັນທີ່ລະນຶກໃນວັນງານສິ່ງແວດລ້ອມ ຕື່ມອີກ. 

ທິບພະຈັນ:ຮຽບຮຽງ