*//// *//// ສູນວັດທະນະຈີນ ປະຈຳລາວ ຈັດກິດຈະກໍາອ່ານບົດກະວີ ໃນເທສະການຕ່ວນຫວູ  – Vte9 *//// *////

ສູນວັດທະນະຈີນ ປະຈຳລາວ ຈັດກິດຈະກໍາອ່ານບົດກະວີ ໃນເທສະການຕ່ວນຫວູ 

ແບ່ງປັນຂ່າວນີ້

 ສູນວັດທະນະທໍາຈີນ ປະຈໍາລາວ ຮ່ວມກັບ ພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກິດຈະກໍາ “ອ່ານບົດກະວີໃນເທສະການຕ່ວນຫວູ” ຄັ້ງທຳອິດຢູ່ລາວ ໃນວັນທີ 3 ມິຖຸນາ 2022 ທີ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງນັກສຶກສາ ຈາກພາກວິຊາພາສາຈີນ ໄດ້ພັດປ່ຽນກັນອ່ານບົດກະວີ ທັງອ່ານດ່ຽວ, ອ່ານເປັນຄູ່ ແລະ ເປັນກຸ່ມ ໂດຍມີນ້ຳສຽງທີ່ກະຕືລືລົ້ນ, ມີນໍ້າສຽງທຸ້ມ ແລະ ມີພະລັງທີ່ສະແດງເຖິງອາລົມຄວາມຄິດຮອດຢ່າງສຸດຊຶ້ງຕໍ່ທ່ານ ຊູຢວນ ນັກກະວີຜູ້ຮັກຊາດ ແລະ ຄວາມເຄົາ ລົບຮັກຊາດອັນແຮງກ້າ.

ຄວາມສຳເລັດໃນການຈັດກິດຈະກໍາອ່ານບົດກະວີໃນຄັ້ງນີ້, ບໍ່ພຽງແຕ່ເຮັດໃຫ້ຄູ-ອາຈານ ແລະ ນັກສຶກສາຂອງພາກວິຊາພາສາຈີນ 400 ກວ່າຄົນ ໄດ້ເຂົ້າໃຈເຖິງຕົ້ນກຳເນີດຂອງເທສະການຕ່ວນຫວູເທົ່ານັ້ນ, ແຕ່ຍັງໄດ້ຮຽນຮູ້ກ່ຽວກັບຮີດຄອງປະເພນີຂອງເທສະການຕ່ວນຫວູ ເຊັ່ນ: “ການແຂ່ງຂັນຊ່ວງເຮືອ”, “ເອົາເຂົ້າຕົ້ມໂຍນລົງແມ່ນ້ຳ” ແລະ ຮີດຄອງປະເພນີຂອງເທສະການຕ່ວນຫວູຕ່າງໆ “ທັງໃນອະດີດ ແລະ ໃນປະຈຸບັນ”, ສໍາຜັດກັບວັດທະ ນະທຳຈີນ ທີ່ມີປະຫວັດສາດອັນຍາວນານ ແລະ ຄວາມເລິກເຊິ່ງຂອງວັດທະນະທໍາຈີນ, ນອກຈາກນີ້, ຍັງເຮັດໃຫ້ເຂົາເຈົ້າໄດ້ສໍາຜັດເຖິງການພັດທະນາ, ການເປີດກວ້າງ ແລະ ອະລິຍະທຳທີ່ງົດງາມຂອງຈີນ, ກະຕຸ້ນໃຫ້ເຂົາເຈົ້າກະຕືລືລົ້ນ ແລະ ມັກຮັກໃນການຮຽນພາສາຈີນ ແລະ ວັດທະນະທຳຈີນ. 

       ທ່ານ ນາງ ຫລີອີ່ຜິງ ຜູ້ອຳນວຍການ ສູນວັດທະນະທຳຈີນ ປະຈໍາລາວ ໄດ້ກ່າວວ່າ: ກິດຈະກໍາຄັ້ງນີ້, ແນໃສ່ເພື່ອຮຽນຮູ້ ແລະ ເຂົ້າໃຈວັດທະນະທຳຈີນ ນອກຈາກນັ້ນ, ຍັງເປັນຂົວຕໍ່ການພົວພັນມິດຕະພາບ ເພື່ອເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງຊາດລາວ-ຈີນ ໃຫ້ຫລາຍຂຶ້ນ,  ທັງເປັນສັກຂິພິຍານທາງປະຫວັດສາດ ໃຫ້ແກ່ການແລກປ່ຽນວັດທະນະທຳຂອງສອງຊາດ ແລະ ການສ້າງຄູ່ຮ່ວມຊະຕາກຳລາວ-ຈີນ.

ກິດຈະກຳອ່ານບົດກະວີໃນຄັ້ງນີ້,  ເປັນເວທີ ແລະ ເປັນປ່ອງຢ້ຽມໃຫ້ຊາວໜຸ່ມລາວ ໄດ້ເຂົ້າໃຈເຖິງວັດທະນະທຳຈີນ ຫລາຍຂຶ້ນ.

ທິບພະຈັນ:ຮຽບຮຽງ