*//// *//// ພະແນກອຸດສາຫະກຳ ແລະ ການຄ້າ ນວ ລົງກວດກາບັນດາປ້ຳນ້ຳມັນທີ່ປິດ ແລະ ເປິດບໍລິການ – Vte9 *//// *////

ພະແນກອຸດສາຫະກຳ ແລະ ການຄ້າ ນວ ລົງກວດກາບັນດາປ້ຳນ້ຳມັນທີ່ປິດ ແລະ ເປິດບໍລິການ

ແບ່ງປັນຂ່າວນີ້

ເພື່ອບໍ່ໃຫ້ມີການກັກຕຸ່ນນ້ຳມັນເຊື້ອໄຟ ແລະ ສວຍໂອກາດຂື້ນລາຄາ ພະແນກອຸດສາຫະກຳ ແລະ ການຄ້າ ນວ ຈຶ່ງໄດ້ລົງເຄື່ອນໄຫວ ແລະ ກວດກາບັນດາປ້ຳນ້ຳມັນທີ່ປິດ-ເປິິດໃຫ້ບໍລິການ ໃນ ນວ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການ ແລະ ເພື່ອບໍ່ໃຫ້ມີການກັກຕຸ່ນນ້ຳມັນນ້ຳເຊື້ອໄຟ, ສວຍໂອກາດຂື້ນລາຄາ ແລະ ຈັດຕັ້ງປະຕິບັດຕາມລະບຽບຫຼັກການຂອງຂັ້ນເທິງ ພາຍຫຼັງທີ່ພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ມີແຈ້ງຈຸດບໍລິການຂາຍຍ່ອຍນ້ຳມັນເຊື້ອໄຟໃນແຕ່ລະວັນ ຢູ່ ນວ. ດັ່ງນັ້ນ ວັນທີ 31 ພຶດສະພາ 2022 ພະແນກ ອຸດສາຫະກຳ ແລະ ການຄ້າ, ຂະແຫນງການຄ້າພາຍໃນ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ລົງກວດກາບັນດາປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ທີ່ປິດ ແລະ ເປີດໃຊ້ບໍລິການໃນ ນວ ເພື່ອບໍ່ໃຫ້ມີການກັກຕຸ່ນນ້ຳມັນເຊື້ອໄຟ ແລະ ສວຍໂອກາດຂຶ້ນລາຄາ ໃນນັ້ນໄດ້ລົງກວດຢູ່ປໍ້າ ປຕທ ໂພນພະເນົາ ແລະ ປ້ຳ ປຕທ ດົງຈອງ ແລະ ຍັງມີແຜນຈະລົງກວດການປໍ້າອື່ນໆອີກໃນແຕ່ລະວັນ.
ທາງດ້ານ ທ່ານ ມະໂນສັກ ໄຊສີລິກຸນ ຮອງຫົວໜ້າຂະແໜງການຄ້າພາຍໃນ ພະແນກ ອຄ ນວ ໄດ້ໃຫ້ສຳພາດວ່າ: ພາຍຫຼັງທີ່ໄດ້ແຈ້ງຈຸດບໍລິການຈຳໜ່າຍນ້ຳມັນເຊື້ອໄຟໃນ ນວ ພະແນກ ອຸດສາຫະກຳ ແລະ ການຄ້າ ໄດ້ແຕ່ງຕັ້ງພະນັກງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດການ້ຳມັນເຊື້ອໄຟທີ່ແຈ້ງແຜນການເປິດໃນແຕ່ລະວັນ ໃຫ້ສັງຄົມໄດ້ຮັບຊາບ ເພື່ອສະດວກໃນການໄປໃຊ້ບໍລິການ ຖ້າຫາກພົບເຫັນມີການກັກຕຸ້ນນ້ຳມັນ ແລະ ສວຍໂອກາດຂຶ້ນລາຄານ້ຳມັນ ແມ່ນຈະມີການປັບໄໝຕາມລະບຽບຫຼັກການທີ່ວາງໄວ້.

ຜ່ານການລົງເຄື່ອນໄຫວວັດແທກຕົວຈິງ ແມ່ນບໍ່ພົບເຫັນປໍ້ານໍ້າມັນເຊື້ອໄຟທີ່ກັກຕຸ່ນນ້ຳມັນ ຫຼື ສວຍໂອກາດຂຶ້ນລາຄານ້ຳມັນ ສ່ວນປໍ້າທີ່ປິດບໍລິການແມ່ນນ້ຳມັນໝົດຕາມຄວາມຈິງ ດັ່ງນັ້ນໃຫ້ສັງຄົມຈົ່ງຊ່ວຍກັນເປັນຫູເປັນຕາ ເປັນເຈົ້າການນຳກັນ ຖ້າພົບເຫັນກໍລະະນີກັກຕຸ່ນນ້ຳມັນແມ່ນໃຫ້ແຈ້ງຫາພະແນກ ຫຼື ພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງກວດກາ ແລະ ຮຽກຮ້ອງມາຍັງບັນດາປ້ຳນໍ້າມັນເຊື້ອໄຟ ໃນ ນວ ໃຫ້ມີຄວາມຈິງໃຈ ຖ້າຍັງມີນໍ້າມັນໃຫ້ເປີດບໍລິການຢ່າງເປັນປົກກະຕິ ແລະ ຖ້າຜູ້ໃດຢາກຮູ້ວ່າ ປໍ້າໃດເປີດໃຫ້ບໍລິການແມ່ນໃຫ້ຕິດຕາມທາງອອນລາຍຂອງບໍລິສັດນັ້ນໆ.
ເຖິງຢ່າງໃດກໍ່ຕາມ ການຈຳຫນ່າຍນ້ຳມັນຕົວຈິງທາງປໍ້ານໍ້າມັນເຊື້ອໄຟ ອາດຈະບໍ່ສະຫນອງນ້ຳມັນໃຫ້ໄດ້ຢ່າງເປັນປົກກະຕິ ຊຶ່ງນໍ້າມັນບາງຊະນິດອາດຈະຈຳຫນ່າຍຫມົດກ່ອນເວລາປິດປໍ້າໃນແຕ່ລະວັນ, ເນື່ອງຈາກການສະຫນອງນ້ຳມັນຂອງບາງບໍລິສັດແມ່ແມ່ນມີປະລິມານຈຳກັດ.
ຂ່າວ:ເບັງ

ພາບ: ວິໄລສັກ